ໃນ​ການ​ພົບ​ປະ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສະ​ເໜີ​ໃຫ້​ສອ​ງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເປີດ​ປະ​ຕູ​​ຕະຫຼາດ, ພິ​ຈາ​ລະ​ນາ​ການ​ລົງ​ນາ​ມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຕາມ​ທິດ​ຍືນ​ຍົງ ແລະ ດຸ່ນ​ດ່ຽງ​ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ໃຫ້​ສິນ​ຄ້າ​ທີ່​ມີ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ພ້ອມ​ທັງ​ຈຳ​ກັດ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕວັກ​ກີ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຕວັກ​ກີ​ ຢູ່ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ ຊຸກ​ຍູ້​ການ​ນຳ​ສາຍ​ພົວ​ພັນ​ຂອງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່; ສະ​ເໜີ​ໃຫ້ສອງ​ປະ​ເທດ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂ​ົງ​ເຂດ​ທີ່​ສຳ​ຄັນ​ອື່ນໆ, ພິ​ເສດ​ແມ່ນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, logistics, ເຊື່ອມ​ຕໍ່​ທາງ​ການ​ບິນ - ທ່າ​ກ່ຳ​ປັ່ນ​ທະ​ເລ…

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ເຫັນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ; ຈັດ​ງານພົບ​ພັນ​ແລກ​ປ່ຽນ​​ລະ​ຫວ່າງ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ສອງ​ປະ​ເທດ​ເປັນ​ປະ​ຈຳ; ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ສ້າງ​ກົດ​ໝາຍ ແລະ ຕິດ​ຕາມກວ​ດ​ກາ, ສ້າງ​ກອບ​ນິ​ຕິ​ກຳ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ, ຜ່ານ​ນັ້ນ ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ຕວັກ​ກີ ເລິກ​ເຊິ່ງກວ່າ​ອີ​ກ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ຕ້ອນ​ຮັບທ່ານ Ali Tezolmez ​ກົງ​ສູນ​ກຽດ​ຕິ​ມະ​ສັກ ຫວຽດ​ນາມ ຢູ່​ນະ​ຄອນ Istanbul.

ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ມີ​ການ​ພົບ​ປະ​ກັບພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ຕວັກ​ກີ.

ເລ​ຕວຽດ