ແຈ້ງການເປີດຊ່ອງແຄບທະເລ Hormuz ຄືນໃໝ່ ໂດຍທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ປະກາດໃນສື່ສັງຄົມອອນໄລ X ໃນຕອນບ່າຍວັນທີ 17 ເມສາ, ເກືອບ 1 ວັນພາຍຫຼັງທີ່ ອິດສະຣາແອັນ ແລະ ລີບັງ ໄດ້ບັນລຸ ແລະ ປະຕິບັດຄຳສັ່ງຢຸດຍິງໃນເວລາ 10 ວັນ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຢັ້ງຢືນວ່າ ການຄົມມະນາຄົມ ດ້ວຍລະບົບກ່ຳປັ່ນການຄ້າທັງໝົດຜ່ານຊ່ອງແຄບທະເລ Hormuz ໄດ້ຮັບການເປີດປະຕູຄືນໃໝ່ຢ່າງສິ້ນເຊີງໃນໄລຍະຢຸດຍິງ. ເຖິງຢ່າງໃດກໍຕາມ, ກ່ຳປັ່ນລຳຕ່າງໆຕ້ອງປະຕິບັດການເຄື່ອນຍ້າຍຕາມການແນະນຳ ເຊິ່ງ ອີຣານ ໄດ້ປະກາດແລ້ວນັ້ນ.
ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍຖະແຫຼງວ່າ ຊ່ອງແຄບທະເລ Hormuz “ໄດ້ເປີດປະຕູຄືນໃໝ່ຢ່າງສິ້ນເຊີງ ແລະ ກຽມພ້ອມໃຫ້ແກ່ການເຄື່ອນໄຫວດ້ານການຄ້າ” ແລະ ໃຫ້ຮູ້ວ່າ ຄຳສັ່ງປິດລ້ອມທະຫານເຮືອຍັງຄົງຈະສືບຕໍ່ໄດ້ຮັກສາຜົນສັກສິດຢ່າງເຕັມສ່ວນ, ແຕ່ພຽງນຳໃຊ້ສະເພາະສຳລັບ ອີຣານ ຈົນຮອດເມື່ອໃດບັນດາຂໍ້ຕົກລົງລະຫວ່າງ ອາເມລິກາ ກັບ ອີຣານ ໄດ້ສຳເລັດ 100%.
ກ່ຽວກັບປະຕິກິລິຍາຂອງສາກົນ ຕໍ່ເລື່ອງ ອີຣານ ເປີດຊ່ອງແຄບທະເລ Hormuz ຄືນໃໝ່ນັ້ນ, ຕອນຄ່ຳວັນທີ 17 ເມສາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ອອກຖະແຫຼງການຢັ້ງຢືນວ່າ ນີ້ແມ່ນບາດກ້າວເດີນທີ່ຕັ້ງໜ້າ ແລະ ຖືກທິດ; ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງປະຕິບັດຄຳໝັ້ນສັນຍາຢ່າງເຂັ້ມງວດ, ພ້ອມທັງສະແດງຄວາມຫວັງ ວ່າບັນດາຄວາມມານະພະຍາຍາມທາງການທູດຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ຕາເວັນອອກກາງໃນປັດຈຸບັນ ຈະບັນລຸເປົ້າໝາຍໂດຍໄວ.
ນັກຂ່າວ VOV ປະຈຳ ອີຢິບ ແລະ ອາເມລິກາ
