ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນພວມພັດທະນາອັນດີງາມ

ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນພວມພັດທະນາອັນດີງາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຕ້ອນ​ຮັບ ທ່ານ Kunio Umeda ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ແລະ ພັນ​ລະ​ຍາ

(vovworld)- ​ວັນ​ທີ 9/1 ຢູ່ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Kunio Umeda ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ແລະ ພັນ​ລະ​ຍາ ເຂົ້າ​ຢ້ຽມ​ຂ່ຳ​ນັບ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ມາ​ຮັບ​ຫນ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ ແລະ ເນັ້ນ​ຫນັກ​ວ່າ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ຮັບ​ຫນ້າ​ທີ່​ໃນ​ສະ​ພາ​ວະ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ ແລະ ຍີ່​ປຸ່ນ ພວມ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ບັນ​ດາ​ຂົງ​ເຂດ ການ​ເມືອງ, ເສດ​ຖະ​ກິດ ການ​ຄ້າ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ: ຫນຶ່ງ​ໃນ​ບັນ​ດາ​ເຫດ​ການ​ສຳ​ຄັນ​ສຳ​ລັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ 2017 ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ ແລະ ພະ​ລາ​ຊາ​ນີ. ທ່ານ​ປະ​ທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ ຈະ​ເປັນ​ຂີດ​ໝາຍ​ໃຫມ່​ມີ​ຄວາມ​ສຳ​ຄັນ​ພິ​ເສດ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ Kunio Umeda ຢືນ​ຢັນ ຈະ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຝ່າຍ ຫວຽດ​ນາມ ເພື່ອ​ກະ​ກຽມ​ໃຫ້​ແກ່​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​​ພະເຈົ້າ​ຈັກ​ກະ​ພັດ ແລະ ພະ​ລາ​ຊາ​ນີ ແລະ ຢາກ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມເພື່ອ​ໃຫ້​ທ່າ​ນ​ສຳ​ເລັດ​ຫນ້າ​ທີ່​ເປັນ​ຂົວ​ຕໍ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຍີ່​ປຸ່ນ ແລະ ຫວຽດ​ນາມ. 


ຕອບກັບ

ຂ່າວ/ບົດ​ອື່ນ