ການ​ພົ​ວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ພວມ​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ເວ​ລາ​ໃດ​ໝົດ ແລະ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່ຫຼວງຫຼາຍ​ຢ່າງ

(VOVWORLD) -    ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງແຮງກວ່າເວລາໃດໝົດ ແລະມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງຫຼາຍຢ່າງ. ນີ້ແມ່ນຄຳຢືນຢັນຂອງທ່ານ Yoshida Tomoyuki, ຫົວໜ້າກົມການຂ່າວ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 19 ຕຸລາ ຢູ່ຮ່າໂນ້ຍ.
ການ​ພົ​ວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ພວມ​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ເວ​ລາ​ໃດ​ໝົດ ແລະ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່ຫຼວງຫຼາຍ​ຢ່າງ - ảnh 1ທ່ານ Yoshida Tomoyuki, ຫົວໜ້າກົມການຂ່າວ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ, ໂຄສົກຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ (ພາບ:thoidai.com.vn)

ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ Yoshida Tomoyuki ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພົວພັນລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ໃນອະນາຄົດ. ທ່ານກ່າວວ່າ:

        “ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ຂອງ ຍີ່ປຸ່ນ ແລະ ສວມບົດບາດເປັນແກ່ນສານໃນຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເສລີ ແລະ ເປີດກວ້າງ ຂອງ ຍີ່ປຸ່ນ. ຫວຽດນາມ ແລະ ຍີ່ປຸ່ນ ມີທັດສະນະລວມກ່ຽວກັບສິດເສລີໃນການເດີນເຮືອ, ການບິນໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມທັງແບ່ງປັນທັດສະນະກ່ຽວກັບການຄ້າເສລີ. ລັດຖະບານ ຍີ່ປຸ່ນຖືການຮ່ວມມືກັບ ຫວຽດນາມ ເປັນສຳຄັນ. ການພົວພັນລະຫວ່າງສອງຝ່າຍໃນອະນາຄົດຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງຫຼາຍຢ່າງ. ນັ້ນແມ່ນສານ ເຊິ່ງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide   ຢາກສົ່ງສານໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້”.

        ຕາມ ທ່ານ Yoshida Tomoyuki ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນສຳຄັນ ຂອງ ຍີ່ປຸ່ນ ໃນພາກພື້ນ, ໂດຍມີວິສາຫະກິດ ຍີ່ປຸ່ນ ເປັນຈຳນວນຫຼາຍພວມເຄື່ອນໄຫວຢູ່ ຫວຽດນາມ. ສອງປະເທດ ຈະຊຸກຍູ້ການສ້າງລະບົບສະໜອງໃຫ້ເປັນຫຼາຍຮູບຫຼາຍແບບ, ເພື່ອບໍ່ເປັນການເອື່ອຍອີງພຽງແຕ່ແຫຼ່ງສະໜອງຜະລິດຕະພັນໃດໜຶ່ງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ