ການຮ່ວມມືສາກົນຂັ້ນທ້ອງຖີ່ນປະກອບສ່ວນນຳຫວຽດນາມເຊື່ອມໂຍງເຂົ້າກັບສາກົນ

ການຮ່ວມມືສາກົນຂັ້ນທ້ອງຖີ່ນປະກອບສ່ວນນຳຫວຽດນາມເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບູ່​ຍ​ແທງ​ເຊີນ

(vovworld) – ​​​ການ​ໂອ້​ລົມ​ສົນທະນາ​ສາກົນ​ດ້ວຍ​ຫົວ​ຂໍ້​ວ່າ “ທ້ອງ​ຖີ່​ນ - ​ເປັນ​ເຈົ້າພາບຂອງ​ການ​ຮ່ວມ​ມື​ສາກົນ” ​​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 13/8 ຢູ່ ຮ່າ​ໂນ້ຍ, ອັນ​ໄດ້ດຶງ​ດູດ​ຜູ້​ແທນ 150 ຄົນ​ຂອງ 63 ອົງການສຳນັກງານພົວພັນ​ກັບ​ຕ່າງປະ​ເທດ​ຂັ້ນ​ທ້ອງ​ຖີ່​ນ, ຜູ້ຕາງໜ້າ​ບາງ​ອົງການ​ສູນ​ກາງ, ຜູ້ຕາງໜ້າ​ບັນດາ​ອົງການ​ການ​ທູດ ​ແລະ ບາງ​ອົງການ​ສາກົນ​ປະຈຳ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ບູ່​ຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ຊອກ​ຮູ້​ກາລະ​ໂອກາດ, ການ​ທ້າ​ທາຍ​ຈາກ​ນັ້ນ​ຍົກ​ອອກ​ຂໍ້​ສະ​ເໜີ​ແນະບັນດາ​ມາດ​ຕະການ, ຮູບ​ແບບ​ການ​ຮ່ວມ​ມື​ທີ່​ເໝາະ​ສົມ​ໃນ​ການ​ຮ່ວມ​ມື​ສາກົນ​ຂັ້ນ​ທ້ອງ​ຖີ່​ນ​ໃນ​ປະຈຸ​ບັນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບູ່​ຍ​ແທງ​ເຊີນ, ຢືນຢັນ​ວ່າ:

    “​ເລື່ອງ​ຍູ້​​ແຮງບັນດາ​ການ​ເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດ​ຂອງ​ທ້ອງ​ຖີ່​ນ​ເວົ້າ​ລວມ, ​ເພີ່ມ​ທະວີ​ບັນດາ​ການ​ພົວພັນ​ຮ່ວມ​ມື​ສາກົນ​ຂັ້ນ​ທ້ອງ​ຖີ່​ນ​ເວົ້າ​ສະ​ເພາະ, ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ປະຈຸ​ບັນ​ເພື່ອ​ແນ​ໃສ່​ລະດົມ, ຂຸດ​ຄົ້ນ​ແຫຼ່ງກຳລັງ​ພາຍ​ນອກ​​ໃຫ້​ແກ່​ພາລະກິດ​ພັດທະນາ​​ເສດຖະກິດ - ສັງຄົມ​ຂອງ​ບັນດາ​ທ້ອງ​ຖີ່​ນຢ່າງ​ສູງ​ສຸດ​ເທົ່າ​ນັ້ນ, ​ຫາກ​ຍັງ​ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ລວມຂອງ​ປະ​ເທດ​ຊາດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນ​ອີກ​ດ້ວຍ.”

 


ຂ່າວ/ບົດ​ອື່ນ