ການແຫ່ຂະບວນປະທ້ວງ ຄັດຄ້ານລັດຖະບານຢູ່ ບາງກອກ


ການແຫ່ຂະບວນປະທ້ວງ ຄັດຄ້ານລັດຖະບານຢູ່ ບາງກອກ - ảnh 1
 (ພາບ: nhandan.com.vn)

(vovworld)- ວັນ​ທີ 29/3, ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄທ ນັບພັນຄົນ ໄດ້ລົງຖະໜົນສາຍ ຕ່າງໆຢູ່ນະຄອນຫຼວງບາງກອກ ດ້ວຍຈຸດປະສົງບັງຄັບທ່ານ​ນາງ ນາຍົກລັດຖະມົນຕີ ຍິ່ງຮັກ ຊີນນະວັດ ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

  ບັນດາຜູ້ແຫ່ຂະບວນປະທ້ວງ​ຢັນ​ຄືນຄືນ​ໃໝ່​ບັນດາ​ຄຳ​ຮຽກຮ້ອງ​ທວງ​ໃຫ້​ລັດຖະບານ​ຂອງ​ທ່ານ​ນາງ ຍິ່ງຮັກ ຊີນນະວັດ ຕ້ອງ​ມອບ​ສິດ​ອຳນາດ​ໃຫ້​ສະພາ​ຊົ່ວຄາວ ຊື່​ງ​ແມ່ນ​ອົງການ​ຈະ​ຍົກ​ອອກ​ບັນດາ​ມາດ​ຕະການ​ປະຕິ​ຮູບ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

   ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງນີ້​ດຳ​ເນີນ​ໄປ ພາຍ​ຫລັງ​ທີ່​ກະ​ແສ​ຟອງ​ແຫ່​ຂະ​ບວນ ປະ​ທ້ວງ​ໃນ​ຖະໜົນ​ຕ້ານ​ລັດຖະບານ​ໄດ້​ເກີດ​ຂຶ້ນ​ເມື່ອ 4 ​ເດືອນ​ກ່ອນ​ໄດ້​ຫລຸດ​ລົງ​ໂດ​ຍຊົ່ວຄາວ ​ແລະ ​ໃນ​ສະພາບ​ການ​ທີ່​ຫາງ​ສຽງ​ນັບ​ມື້​ນັບ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ລະຫວ່າງ​ບັນດາ​ຜູ້​ສະໜັບສະ​ໜູນ ​ແລະ ຜູ້​ຄັດຄ້ານ​ທ່ານ​ນາງ ຍິ່ງຮັກ ຊີນນະວັດ ຜູ້​ທີ່​ໄດ້​ປະຕິ​ເສດ​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງ./.

 

ຂ່າວ/ບົດ​ອື່ນ