ງານ​ມະ​ໂຫລາມ​ອາ​ຫານ​ການ​ກິນ ແລະ ການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ, ຖະ​ໜົນ​ອາ​ຊີບ​ດຶງ​ດູດ​ແຂກ​ກ່​ວາ 30.000 ເທື່ອ​ຄົນເຂົ້າ​ຮ່ວມ

(VOVWORLD) -  ງານມະໂຫລາມປີນີ້ ດຶງດູດການເຂົ້າຮ່ວມຂອງ 10 ໝູ່ບ້ານອາຊີບ, ຖະໜົນອາຊີບດີເດັ່ນ, ກັບນັກສິລະປະການ, ນາຍຊ່າງເກັ່ງເກືອບ 30 ຄົນ, ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດການທ່ອງທ່ຽວ, ອາຫານການກິນ, ສະຖານທີ່ພັກເຊົ່າ ແລະ ສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງ.
ງານ​ມະ​ໂຫລາມ​ອາ​ຫານ​ການ​ກິນ ແລະ ການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ, ຖະ​ໜົນ​ອາ​ຊີບ​ດຶງ​ດູດ​ແຂກ​ກ່​ວາ 30.000 ເທື່ອ​ຄົນເຂົ້າ​ຮ່ວມ - ảnh 1ຮ້ານວາງສະແດງເຄື່ອງຈັກສານ ຢູ່ ງານມະໂຫລາມ (ພາບ: TTXVN)

ຕອນຄ່ຳວັນທີ 14 ທັນວາ, ຢູ່ເຂດວັດທະນະທຳປະດິດຄິດສ້າງ ໄຕໂຮ່ (ຮ່າໂນ້ຍ), ພະແນກການທ່ອງທ່ຽວຮ່າໂນ້ຍໄດ້ປະສານສົມທົບກັບຄະນະກຳມະການປະຊາຊົນເມືອງໄຕໂຮ່ ຈັດຕັ້ງພິທີອັດງານມະໂຫລາມອາຫານການກິນ ແລະການທ່ອງທ່ຽວໝູ່ບ້ານອາຊີບ, ຖະໜົນອາຊີບ ຮ່າໂນ້ຍ ປີ 2025. ພາຍຫຼັງ ການຈັດຕັ້ງບັນດາກິດຈະກຳທີ່ອຸດົມສົມບູນມາເປັນເວລາ 4 ວັນ, ງານມະໂຫລາມດ້ວຍຫົວຂໍ້ “ອາຊີບຍອດຢ້ຽມນັບຮ້ອຍຢ່າງ, ແຜ່ກະຈາຍສີສັນນັບພັນຢ່າງ” ໄດ້ດຶງດູດການເຂົ້າຮ່ວມຂອງແຂກກ່ວາ 30.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ. ໂດຍໄດ້ອອກແບບຕາມແນວຄວາມຄິດເມືອງເກົ່າ - ເຮືອນເກົ່າຮ່າໂນ້ຍ, ງານມະໂຫລາມລວມມີ ສາມສະຖານທີ່ຫຼັກ: ເຂດທ່ອງທ່ຽວໝູ່ບ້ານອາຊີບ, ຖະໜົນອາຊີບ “ໝູ່ບ້ານເລົ່າເລື່ອງອະດີດ ແລະ ປັດຈຸບັນ”, ເຂດສິ່ງຍອດຍິ່ງຂອງອາຫານຮ່າໂນ້ຍ “ລົດຊາດບູຮານຍັງຄົງຕົວຕະຫຼອດການ”, ເຂດໂຄສະນສະຖານທີ່ທ່ອງທ່ຽວ “ຍ່າງເລາະ ຮ່າແທງ”. ງານມະໂຫລາມປີນີ້ ດຶງດູດການເຂົ້າຮ່ວມຂອງ 10 ໝູ່ບ້ານອາຊີບ, ຖະໜົນອາຊີບດີເດັ່ນ, ກັບນັກສິລະປະການ, ນາຍຊ່າງເກັ່ງເກືອບ 30 ຄົນ, ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດການທ່ອງທ່ຽວ, ອາຫານການກິນ, ສະຖານທີ່ພັກເຊົ່າ ແລະ ສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ