(VOVWORLD) - ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.
ກອງປະຊຸມເຊັນໂຄງການສົມທົບໃນວຽກງານຂົນຂວາຍ (ພາບ: thanhtra.com.vn) |
ຕາມໂຄງການ, ສອງຝ່າຍໄດ້ຈັດຕັ້ງການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນການສຶກສາ, ເຜີຍແຜ່ກົດໝາຍກ່ຽວຂ້ອງເຖິງທະເລໝູ່ເກາະ, ກົດໝາຍວ່າດ້ວຍສິນໃນນ້ຳ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ຊ່ວຍປະຊາຊົນພັດທະນາເສດຖະກິດ, ສັງຄົມ, ຍົກສູງຊີວິດທາງດ້ານວັດທະນະທຳ. ຕຳຫຼວດທະເລ ແມ່ນບ່ອນອີງເພື່ອໃຫ້ຊາວປະມົງເດີນທະເລ, ຕິດພັນກັບທະເລ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ອະທິປະໄຕທະເລໝູ່ເກາະຂອງປະເທດຊາດ.