ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 81
(VOVWORLD) - ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.
ບັນຍາກາດຂອງກອງປະຊຸມ (ພາບ: VOV) |
ຕອນເຊົ້າວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 81. ກອງປະຊຸມໄດ້ສະຫຼຸບຕີລາຄາສະພາບການ, ໝາກຜົນຂອງທຸກດ້ານໃນວຽກງານຕຳຫຼວດປີ 2025. ພ້ອມດຽວກັນນັ້ນ ສະຫຼຸບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ, ປະກົດການຫຍໍ້ທໍ້; ເຊື່ອມຊຶມຜັນຂະຫຍາຍສອງຂໍ້ກຳນົດໃໝ່ຂອງກົມການເມືອງ ກ່ຽວກັບວຽກງານສືບລາຊະການລັບ ແລະ ສະຫຼຸບຂະບວນການແຂ່ງຂັນ “ເພື່ອຄວາມໝັ້ນຄົງແຫ່ງຊາດ” ປີ 2025; ປຸກລະດົມຂະບວນການແຂ່ງຂັນ “ເພື່ອຄວາມໝັ້ນຄົງແຫ່ງຊາດ” ປີ 2026 ໃນກຳລັງຕຳຫຼວດປະຊາຊົນ.
ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຳລັງຕຳຫຼວດ ສຸມໃສ່ປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ເລືອກຕັ້ງສະມາຊິກສະພາປະຊາຊົນອາຍຸການ 2026 – 2031. ພ້ອມດຽວກັນນັ້ນ ປະຕິບັດວຽກງານປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງພາຍໃນ; ປົກປັກຮັກສາແນວທາງ, ບຸກຄະລາກອນ ແລະ ຄວາມສະຫງົບ, ປອດໄພ.
ລ້າຍຮວາ