ສະພາເລືອກຕັ້ງແຫ່ງຊາດມີຄວາມຮຽກຮ້ອງຢ່າງສູງຕໍ່ວຽກງານກະກຽມເລືອກຕັ້ງ
(VOVWORLD) - ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 4.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ວຽກງານກະກຽມໃຫ້ແກ່ການເລືອກຕັ້ງພວມໄດ້ດຳເນີນໄປຢ່າງຕັ້ງໜ້າ ແລະ ຂ້ຽວຂາດ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສະພາເລືອກຕັ້ງແຫ່ງຊາດວາງອອກຄຳຮຽກຮ້ອງຢ່າງສູງສຸດສຳລັບວຽກງານກະກຽມການເລືອກຕັ້ງ.
ໃນວາລະປະຊຸມ, ສະພາເລືອກຕັ້ງແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນໃສ່: ບົດລາຍງານຄວາມຄືບໜ້າຜັນຂະຫຍາຍວຽກງານກະກຽມການເລືອກຕັ້ງນັບແຕ່ພາຍຫຼັງກອງປະຊຸມສະພາເລືອກຕັ້ງແຫ່ງຊາດຄັ້ງທີ 3 ມາຮອດປັດຈຸບັນ ແລະ ບາງໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ; ແຜນການຕິດຕາມກວດກາວຽກງານເລືອກຕັ້ງ. ສະພາເລືອກຕັ້ງແຫ່ງຊາດໄດ້ຮັບຮອງເອົາຮ່າງມະຕິກ່ຽວກັບຈຳນວນຫົວໜ່ວຍເລືອກຕັ້ງ, ບັນຊີລາຍຊື່ບັນດາຫົວໜ່ວຍເລືອກຕັ້ງ ແລະ ຈຳນວນສະມາຊິກສະພາແຫ່ງຊາດທີ່ໄດ້ເລືອກຕັ້ງໃນແຕ່ລະຫົວໜ່ວຍເລືອກຕັ້ງຂອງບັນດາແຂວງ, ນະຄອນ; ຮ່າງມະຕິກ່ຽວກັບຫຼັກການຈັດແບ່ງຜູ້ສະໝັກເລືອກຕັ້ງຢູ່ສູນກາງລົງທ້ອງຖິ່ນເພື່ອຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI.
ເລຕວຽດ