ເລຂາທິການໃຫຍ່ ໂຕເລິມ: ວິວັດທະນາການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກໄດ້ດຳເນີນຢ່າງພິຖີພິຖັນ ແລະ ມີແບບມີແຜນ
(VOVWORLD) - ຕອນເຊົ້າວັນທີ 15 ທັນວາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເຂດ 1 ພົບປະກັບຜູ້ມີສິດເລືອກຕັ້ງ 11 ເທດສະບານໃນບໍລິເວນນະຄອນ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ |
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ວິວັດທະນາການກະກຽມພວມໄດ້ດຳເນີນຢ່າງພິຖີພິຖັນ, ມີແບບມີແຜນ ແລະ ໄດ້ຮັບຄວາມເອົາໃຈໃສ່, ປະກອບຄຳເຫັນຢ່າງມີຄວາມຮັບຜິດຊອບຂອງປະຊາຊົນໃນທົ່ວປະເທດ. ເລື່ອງຮັບເອົາຄຳເຫັນປະກອບເຂົ້າໃນຮ່າງເອກະສານກອງປະຊຸມໃຫຍ່ ໄດ້ຮັບການປະຕິບັດຖືກເຂັ້ມງວດ, ມີປະສິດທິຜົນ ແລະ ແທດຈິງ. ທ່ານເລຂາທິການໃຫຍ່ ກໍຕີລາຄາສູງເລື່ອງນະຄອນພວມຍູ້ແຮງການປັບປຸງການຈັດຕັ້ງກົງຈັກຢ່າງສົມບູນແບບ.
“ຂ້າພະເຈົ້າມີຄວາມຊົມເຊີຍບັນດານະໂຍບາຍຂອງນະຄອນພັດທະນາລະບົບຄົມມະນາຄົມສາທາລະນະສີຂຽວ ຕ້ອງມີຂັ້ນຕອນຄວບຄຸມຢ່າງແໜ້ນແຟ້ນ, ແຫຼ່ງປ່ອຍອາຍພິດ ແລະ ຕ້ອງແກ້ໄຂຢ່າງເຂັ້ມງວດ. ນີ້ກໍແມ່ນຄຳຮຽກຮ້ອງທີ່ຮີບດ່ວນ ແລະ ຈຳເປັນສຳລັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ສະເພາະບັນຫາເປັນມົນລະພິດອາກາດ, ກຳລັງຕຳຫຼວດຕ້ອງເຂົ້າຮ່ວມສ້າງສຳນວນຄະດີ, ແກ້ໄຂບັນດາເປົ້າໝາຍທີ່ສົມຮູ້ຮ່ວມຄິດກັບບັນດາໂຮງຈັກໂຮງງານ, ສະຖານີຕິດຕັ້ງເຄື່ອງວັດແທກ ທີ່ປະກາດບັນດາຕົວເລກທີ່ບໍ່ຖືກຕ້ອງກ່ຽວກັບລະດັບມົນລະພິດ.”