(vovworld) – ຕອນຄຳ່ວັນທີ 22/6, ຢູ່ແຂວງ ດົ່ງນາຍ, ທະຫານເຂດ 7 ສົມທົບກັບກົມພົວພັນຕ່າງປະເທດກະຊວງປ້ອງກັນຊາດ ແລະ ຄະນະຊາວໜຸ່ມກອງທັບຈັດຕັ້ງງານລາຕີຊາວໜຸ່ມກອງທັບຫວຽດນາມ - ກຳປູເຈຍ
ປີ 2012 ດ້ວຍຫົວຂໍ້ວ່າ: ”ຮ່ວມແມ່ນ້ຳຂອງ - ນ້ຳໃຈອັນເລິກເຊິ່ງ” . ນີ້ແມ່ນການເຄື່ອນໄຫວອັນແທດຈິງ ເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ”ປີແຫ່ງຄວາມມິດຕະພາບຫວຽດນາມ - ກຳປູເຈຍ 2012”. ອ້າຍ Tharng Sovann, ນັກສຶກສາກອງພັນນ້ອຍສາກົນ, ໂຮງຮຽນນາຍທະຫານຊັ້ນລຸ່ມກອງທະຫານບົກ 2 - ມະຫາວິທະຍາໄລ Nguyen Hue ໃຫ້ຮູ້ວ່າ:
“ໄດ້ເຂົ້າຮ່ວມງານລາຕີ, ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈຫຼາຍ. ງານລາຕີຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມສາມັກຄີອັນສະໜິດແໜ້ນລະຫວ່າງສອງປະເທດ, ສອງກອງທັບ. ຂ້າພະເຈົ້າມາຮຽນຢູ່ທີ່ນີ້ໄດ້ມີໂອກາດເພື່ອແລກປ່ຽນບົດຮຽນກັບບັນດານັກສຶກສາຫວຽດນາມ “.