ຈີນ ແລະ ການາດາ ບັນລຸໄດ້ຂໍ້ຕົກລົງການຄ້າເບື້ອງຕົ້ນທີ່ມີລັກສະນະບາດລ້ຽວ
(VOVWORLD) - ພາຍຫຼັງການພົບປະ, ການນຳ ການາດາ ໃຫ້ຮູ້ວ່າ Ottawa ແລະ ປັກກິ່ງ ບັນລຸໄດ້ຂໍ້ຕົກລົງດ້ານການຄ້າໃນເບື້ອງຕົ້ນທີ່ມີລັກສະນະບາດລ້ຽວ ເພື່ອແນໃສ່ຍົກເລີກຮົ້ວກີດຂວາງດ້ານການຄ້າ ແລະ ພາສີອາກອນ.
ທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ ໄດ້ພົບປະກັບທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ
(ພາບ: Sean Kilpatrick/Pool via REUTERS)
|
ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ວັນທີ 16 ມັງກອນ, ທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ ໄດ້ພົບປະກັບທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ ຢູ່ ປັກກິ່ງ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃໝ່, ສ້າງຂີດໝາຍບາດລ້ຽວສຳຄັນໃນຫຼາຍປີທີ່ການພົວພັນຖືກຢຸດສະງັກ.
ພາຍຫຼັງການພົບປະ, ການນຳ ການາດາ ໃຫ້ຮູ້ວ່າ Ottawa ແລະ ປັກກິ່ງ ບັນລຸໄດ້ຂໍ້ຕົກລົງດ້ານການຄ້າໃນເບື້ອງຕົ້ນທີ່ມີລັກສະນະບາດລ້ຽວ ເພື່ອແນໃສ່ຍົກເລີກຮົ້ວກີດຂວາງດ້ານການຄ້າ ແລະ ພາສີອາກອນ. ຕາມນັ້ນແລ້ວ, ການາດາ ຫວັງວ່າ ຮອດວັນທີ 01 ມີນາ, ຈີນ ຈະຫຼຸດອັດຕາພາສີສຳລັບເມັດຜັກກາດ (Brassica napus) ຂອງ ການາດາ ຈາກ 84% ລົງເຫຼືອປະມານ 15%. ເພື່ອຕອບຄືນ, ກາດານາ ຈະອະນຸຍາດນຳເຂົ້າລົດໄຟຟ້າຂອງ ຈີນ ສູງສຸດ 49.000 ຄັນດ້ວຍອັດຕາພາສີອະພິສິດ 6,1%.