ລາຍການຟ້ອນໃນຊຸມວັນວັດທະນະທຳ Kazakhstan ຢູ່ ຫວຽດນາມ
(vovworld) – ຕອນຄຳ່ວັນທີ 13/6, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະຂອງຄະນະສິລະປະ Kazakhstan ໂດຍກະຊວງວັດທະນະທຳ ແລະ ຖະແຫຼງຂ່າວ Kazakhstan ພ້ອມກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັນຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດ “ຊຸມວັນວັດທະນະທຳ Kazakhstan ຢູ່ ຫວຽດນາມ ປີ 2013”. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເລແຄ໋ງຫາຍ ແລະ ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ຖະແຫຼງຂ່າວ Kazakhstan ລ້ວນແຕ່ຖືວ່າ: “ຊຸມວັນວັດທະນະທຳ Kazakhstan ຢູ່ ຫວຽດນາມ” ແມ່ນພະຍານຫຼັກຖານຢ່າງຈະແຈ້ງທີ່ສະແດງໃຫ້ເຫັນການຮ່ວມມືອັນດີງາມລະຫວ່າງ 2 ປະເທດ, ພ້ອມທັງປະກອບສ່ວນເພີ່ມທະວີເປີດກ້ວາງການພົວພັນແລກປ່ຽນ, ການຮ່ວມມືກັບສາກົນ, ແມ່ນໂອກາດເພື່ອແນະນຳເຖິງປະຊາຊົນ ຫວຽດນາມ ກ່ຽວກັບປະເທດ Kazakhstan ທີ່ສວຍງາມ, ສັນຕິສຸກດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ. ການພົວພັນຮ່ວມມື, ການແລກປ່ຽນວັດທະນະທຳສິລະປະຈະປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - Kazakhstan ໃຫ້ສືບຕໍ່ພັດທະນາດີງາມກ່ວາອີກ ແລະ ນັບມື້ນັບເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ທີ່ຕັ້ງບົດບາດຂອງ 2 ປະເທດ.