(vovworld) – ວັນທີ 5/6, ຢູ່ສະວິດ, ພາຍຫຼັງການພົບປະແລກປ່ຽນຄັ້ງຕ່າງໆກັບບັນດານັກການທູດ ລັດເຊຍ ແລະ ອາເມລິກາ, ທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພາບ ອາຣັບ Lakhdar Brahimi ໃຫ້ຮູ້ວ່າ: ກອງປະຊຸມສຳມະນາສາກົນ ຊອກຫາສັນຕິພາບໃນວິກິດການ ຊີຣີ ຕາມຂໍ້ລິເລິ່ມຂອງ ລັດເຊຍ ແລະ ອາເມລິກາ ບໍ່ສາມາດຈັດຕັ້ງໃນເດືອນ 6/2013 ໄດ້. ຍ້ອນຝ່າຍຄ້ານ ຊີຣີ ຍັງບໍ່ທັນຕັດສິນເລື່ອງເຂົ້າຮ່ວມກໍ່ຄືບັນຊີລາຍຊື່ຂອງຜູ້ແທນ. ກຸ່ມຝ່າຍຄ້ານຫຼາຍກຸ່ມຢາກຈັດສົ່ງຜູ້ແທນສະເພາະ ແລະ ມີບັນດາລາຍການສະເພາະເຂົ້າຮ່ວມກອງປະຊຸມ. ອາເມລິກາ ຈະຕ້ອງມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງໃນການເກ້ຍກ່ອມຝ່າຍຄ້ານ ຊີຣີ ສ້າງຕັ້ງຄະນະຜູ້ແທນໜຶ່ງດຽວ. ກ່ຽວຂ້ອງເຖິງວິກິດການຢູ່ ຊີຣີ, ວັນທີ 5/6, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ເວົ້າວ່າ: ທ່ານບໍ່ເຫັນຫຼັກຖານກ່ຽວກັບອາວຸດເຄມີທີ່ນຳໃຊ້ຢູ່ ຊີຣີ ຄືຄຳກ່າວຜູກໂທດຂອງລັດຖະບານ ຝຣັ່ງ.