ຍູ້ແຮງວຽກງານສົ່ງເສີມສຸຂະພາບຂອງຜູ້ອາຍຸສູງໃນທົ່ວປະເທດ
![ຍູ້ແຮງວຽກງານສົ່ງເສີມສຸຂະພາບຂອງຜູ້ອາຍຸສູງໃນທົ່ວປະເທດ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2016_12_28/pho ttg vu duc dam - day manh cong tac cham soc nguoi cao tuoi (custom).jpg)
ຮອງນາຍົກລັດຖະມົນຕີ ຫວູດຶກດາມທິ່ກອງປະຊຸມ
|
(vovworld) – ຕອນບ່າຍວັນທີ 27/12, ທີ່ສຳນັກງານລັດຖະບານ, ຄະນະກຳມະການແຫ່ງຊາດກ່ຽວກັບກ່ຽວກັບຜູ້ອາຍຸສູງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2016 ແລະ ຜັນຂະຫຍາຍໜ້າທີ່ປີ 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ: ຂະແໜງສາທາລະນະສຸກ ຕ້ອງຍົກອອກວິວັດທະນາການດ້ານມາດຕະຖານ, ແນະນຳລະບົບເບິ່ງແຍງດູແລຜູ້ອາຍຸສູງໃນບັນດາຮາກຖານສາທາລະນະສຸກ, ສຳຄັນກ່ວານັ້ນແມ່ນຕ້ອງຜັນຂະຫຍາຍການສົ່ງເສີມສຸຂະພາບໃຫ້ຜູ້ອາຍຸສູງຢູ່ຂັ້ນຮາກຖານ, ວົງຄະນະຍາດ, ພິເສດແມ່ນຢູ່ເຂດຊົນນະບົດ, ເຂດພູດອຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃສ່ໃຈວ່າກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມພ້ອມກັບສະມາຄົມຜູ້ອາຍຸສູງ ຫວຽດນາມ, ສະມາຄົມສົ່ງເສີມການຮຽນ ຫວຽດນາມ ສົບທົບກັນກໍ່ສ້າງບັນດາໂຄງການສຶກສາໃຫ້ຜູ້ອາຍຸສູງ, ໃນນັ້ນໄດ້ປຸກລະດົມໃຫ້ຜູ້ອາຍຸສູງທີ່ມີລະດັບເຂົ້າຮ່ວມການໂຄສະນາເຜີຍແຜ່ດ້ານຄວາມຮູ້, ໂຄສະນາຂໍ້ມູນຂ່າວສານ ກ່ຽວກັບກົດໝາຍ, ນະໂຍບາຍໃຫ້ປະຊາຊົນຢູ່ສູນສຶກສາວົງຄະນະຍາດ…