ທະຫານເຮືອ ຈີນ, ຣັດເຊຍ, ອາຟຣິກາໃຕ້ ແລະ ອີຣານ ຊ້ອມຮົບຮ່ວມ

(VOVWORLD) - ຈີນ, ຣັດເຊຍ, ອາຟຣິກາໃຕ້ ແລະ ອີຣານ ເລີ່ມຕົ້ນການຊ້ອມຮົບກອງທະຫານເຮືອຮ່ວມກັນ ໂດຍເອີ້ນຊື່ວ່າ “ເຈດຈຳນົງເພື່ອສັນຕິພາບ” ຢູ່ເຂດທະເລ  Cape Town ຂອງ ອາເມຣິກາໃຕ້. 
ທະຫານເຮືອ ຈີນ, ຣັດເຊຍ, ອາຟຣິກາໃຕ້ ແລະ ອີຣານ ຊ້ອມຮົບຮ່ວມ - ảnh 1ກ່ຳປັ່ນສູ້ຮົບຂອງ ລັດເຊຍ (ພາບປະກອບ: REUTERS)

ວັນທີ 09 ມັງກອນ, ທະຫານເຮືອ 4 ປະເທດສະມາຊິກກຸ່ມ BRICS, ລວມມີ: ຈີນ, ຣັດເຊຍ, ອາຟຣິກາໃຕ້ ແລະ ອີຣານ ເລີ່ມຕົ້ນການຊ້ອມຮົບກອງທະຫານເຮືອຮ່ວມກັນ ໂດຍເອີ້ນຊື່ວ່າ “ເຈດຈຳນົງເພື່ອສັນຕິພາບ” ຢູ່ເຂດທະເລ  Cape Town ຂອງ ອາເມຣິກາໃຕ້. ການຊ້ອມຮົບໄດ້ດຳເນີນ ແຕ່ວັນທີ 9-16 ມັງກອນ, ໂດຍ ຈີນ ເປັນຜູ້ບັນຊາການ.

        ການຊ້ອມຮົບທະຫານເຮືອຮ່ວມກັນໃນຄັ້ງນີ້ ໄດ້ສຸມໃສ່ບັນຫາຄວາມປອດໄພທາງທະເລ ແລະ ການເຄື່ອນໄຫວເສດຖະກິດທາງທະເລ. ຈຸດປະສົງ ແມ່ນເຮັດໃຫ້ການປະສານສົມທົບລະຫວ່າງບັນດາປະເທດໃນການອຸປະຖຳບັນດາຂໍ້ລິເລີ່ມສັນຕິພາບຕໍ່ກັບການຮັບປະກັນຄວາມໝັ້ນຄົງທາງທະເລເລິກເຊິ່ງຂຶ້ນກວ່າ. ຂອບຂະໜາດກໍ່່ຄືຈຳນວນພົນທະຫານ, ອາວຸດຍຸດໂທປະກອນຂອງແຕ່ລະປະເທດທີ່ເຂົ້າຮ່ວມການຊ້ອມຮົບຍັງບໍ່ທັນໄດ້ປະກາດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ