ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ ບັນດາແມ່ຫວຽດນາມວິລະຊົນຢູ່ຕາແສງເຟືອງຕູ໋
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 22/8, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 20 ຄອບຄົວນະໂຍບາຍ, ແມ່ຫວຽດນາມວິລະຊົນ ແລະ ຜູ້ມີຄູນງາມຄວາມດີທີ່ດີເດັ່ນຢູ່ຕາແສງເຟືອງຕູ໋, ເມືອງອຶ໋ງຮ່ວາ, ນະຄອນໂຮ່ຈີມິນ. ທ່ານນາງຮອງປະທານປະເທດ ຫວັງວ່າ, ບັນດາຄອບຄົວນະໂຍບາຍ, ແມ່ຫວຽດນາມ ວິລະຊົນເສີມຂະຫຍາຍມູນເຊື້ອ, ເປັນແບບຢ່າງໃຫ້ລູກຫຼານຮຳ່ຮຽນຕາມ. ໃນໂອກາດນີ້, ທ່ານນາງຮອງປະທານປະເທດ ກໍ່ມອບທຶນສຶກສາໃຫ້ນັກຮຽນທຸກຍາກ ແຕ່ຮຽນເກັ່ງ 5 ຄົນ.