ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ຝ່າຍ​ຢູ່ ອິນ​ໂດ​ເນ​ເຊຍ

(VOVWORLD) -   ແຕ່ວັນທີ 19 – 21 ຕຸລາ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2024 – 2029 ຂອງທ່ານ Prabowo Subianto.
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ຝ່າຍ​ຢູ່ ອິນ​ໂດ​ເນ​ເຊຍ - ảnh 1ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງ (ພາບ: TTXVN)

ພາຍຫຼັງພິທີຕ້ອນຮັບທາງລັດຖະກິດທ່ານນາງຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ທີ່ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 19 ຕຸລາ ຢູ່ສະໜາມບິນ Soekarno Hatta, Jakarta ອິນໂດເນເຊຍ ດ້ວຍການຍິງລູກຈະຫຼວດ 19 ຄັ້ງ ເພື່ອຕ້ອນຮັບ ແລະ ຍ່າງແຖວກວດກອງກຽດຕິມະສັກ; ວັນທີ 20 ຕຸລາ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ໄດ້ເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ອິນໂດເນເຊຍ ໂດຍມີການເຂົ້າຮ່ວມຂອງການນຳ, ຜູ້ແທນມາຈາກເກືອບ 30 ປະເທດ.

        ເນື່ອງໃນໂອກາດນີ້, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ໄດ້ມີການພົບປະໂອ້ລົມກັບຫົວໜ້າຄະນະຜູ້ແທນບັນດາປະເທດເຂົ້າຮ່ວມພິທີດັ່ງກ່າວ, ໃນນັ້ນ ມີການທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ