ທ່ານນາຍົກລັດຖະມົນຕີ ການາດາ ຈະໄປ ອາເມລິກາ ເພື່ອພົບປະກັບທ່ານ Donald Trump
(VOVWORLD) -ວັນທີ 3 ພຶດສະພາ, ທ່ານນາຍົກລັດຖະມົນຕີ ການາດາ Mark Carney ໃຫ້ຮູ້ວ່າ ທ່ານ ຈະເດີນທາງໄປເຖິງນະຄອນຫລວງ ວິຊິງຕັນ ຂອງ ອາເມລິກາ ໃນວັນທີ 6 ພຶດສະພາ ເພື່ອພົບປະກັບທ່ານ ປະທານາທິບໍດີ ອາເມລິກາ Donald Trump.
ນີ້ ຈະແມ່ນການພົບປະໂດຍກົງຄັ້ງທຳອິດຂອງການນຳສອງທ່ານ ນັບແຕ່ເມື່ອທ່ານ Carney ຮັບດຳລົງຕຳແຫນ່ງໃນວັນທີ 14 ມີນາ ແລະ ພາຍຫລັງການເລືອກຕັ້ງສະຫະລັດໃນວັນທີ 28 ເມສາ.
ຄາດວ່າ ການນຳສອງທ່ານ ຈະປຶກສາຫາລືກ່ຽວກັບຄວາມເຄ່ັງຕຶງດ້ານການຄ້າ ລະຫວ່າງ ອາເມລິກາ ແລະ ການາດາ ກໍ່ຄືເປີດຊ່ອງທາງໃຫ້ແກ່ການເຈລະຈາສົນທິສັນຍາດ້ານການຄ້າ ແລະ ຄວາມໝັ້ນຄົງໃຫມ່ ລະຫວ່າງສອງປະເທດ. ກ່າວຄຳເຫັນຕໍ່ນັກຂ່າວ ການາດາ, ທ່ານ Carney ໃຫ້ຮູ້ວ່າ: ທ່ານ ບໍ່ຢາກເຈລະຈາຢ່າງເປີດເຜີຍກັບ ອາເມລິກາ ແຕ່ຈະກ້າວເຂົ້າສູ່ການປຶກສາຫາລື ດ້ວຍການກະກຽມຢ່າງລະອຽດ ບົນພື້ນຖານຮັບປະກັນຜົນປະໂຫຍດດີສຸດໃຫ້ແກ່ ການາດາ. ທ່ານ ປາດຖະຫນາຢາກບັນດາການປຶກສາຫາລືກັບການນຳ ອາເມລິກາ ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແຕ່ມີລັກສະນະສ້າງສັນ.