ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເຄື່ອນໄຫວຢ້ຽມຢາມຫວຽດນາມ ແຕ່ວັນທີ 14-17/12
(ພາບ : TTXVN)
|
(vovworld)- ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ຕອນບ່າຍວັນທີ 16/12 ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ມີການພົບປະກັບນັກຂ່າວພາຍຫຼັງການເຈລະຈາ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໃຫ້ຮູ້ວ່າ ໃນການເຈລະຈາ, 2 ຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ, ເປີດອົກເປີດໃຈກ່ຽວກັບຫຼາຍບັນຫາ ນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ. 2 ຝ່າຍມີຄວາມພໍໃຈຕໍ່ໜ້າບັນດາບາດກ້າວຂະຫຍາຍຕົວຂອງການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນນັບຕັ້ງແຕ່ພາຍຫຼັງທີ່ 2 ປະເທດໄດ້ສ້າງສາຍພົວພັນຄູ່ຮ່ວມມືຮອບດ້ານເນື່ອງໃນໂອກາດການຢ້ຽມຢາມອາເມລິກາຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງເມື່ອເດືອນ 7/2013. ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ກ່າວວ່າ :
“ພວກຂ້າພະເຈົ້າໄດ້ແລກປ່ຽນຫຼາຍມາດຕະການເພື່ອສືບຕໍ່ຜັນຂະຫຍາຍສາຍ ພົວພັນຄູ່ຮ່ວມມືຮອບດ້ານ, ນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາແຂງແຮງໃນທຸກໆຂົງເຂດ. ພວກຂ້າພະເຈົ້າເຫັນດີນຳກັນວ່າ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ສືບຕໍ່ປະຕິບັດບັນດາກົນໄກສົນທະນາທີ່ມີຢູ່ແລ້ວ, ຍູ້ແຮງການຮ່ວມມືດ້ານການຄ້າ , ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ໃນນັ້ນມີການລົງນາມໃນສັນຍາຮ່ວມມືໃນຂົງເຂດນິວເຄຼຍພົນລະເຮືອນຢ່າງເປັຮທາງການໂດຍໄວ ”
ສ່ວນ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຢືນຢັນວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ສຳຄັນຂອງອາເມລິກາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ກ່າວວ່າ :
“ ການຄ້າ , ການລົງທຶນແມ່ນຂົງເຂດຮ່ວມມືພັດທະນາແຂງແຮງທີ່ສຸດລະຫວ່າງຫວຽດນາມ ແລະ ອາເມລິກາ. ນັບຕັ້ງແຕ່ 2 ປະເທດສ້າງການພົວພັນທາງການທູດເປັນປົກກະຕິລະຫວ່າງ 2 ປະເທດ ແຕ່ປີ 1995 ມາຮອດປະຈຸບັນ,ມູນຄ່າການຄ້າໄດ້ເພີ່ມຂຶ້ນທົບ 50 ເທົ່າ. ປາດຖະໜາວ່າ ສັນຍາການຄ້າຄູ່ຮ່ວມມື ແລະ ການຮ່ວມມືຂ້າມປາຊີຝິກ (TPP) ຊຶ່ງທັງ 2 ຝ່າຍພວມດຳເນີນ ຈະແມ່ນໂອກາດທີ່ດີເພື່ອຍົກສູງມູນຄ່າການຄ້າລະຫວ່າງ 2 ປະເທດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຊາວຫວຽດນາມ ແລະ ອາເມລິການັບລ້ານໆຄົນຕື່ມອີກ ແລະ ຂ້າພະເຈົ້າເຊື່ອແນວ່າ ຈະສຳເລັດການເຈລະຈາ TPP ໃນໄວໆນີ້ ”