ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ​ເອີ​ລົບ

(VOVWORLD) - ທີ່ການຕ້ອນຮັບທ່ານຮອງປະທານ EC Margaritis Schinas, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ; ຜັນຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຢ່າງມີປະສິດທິຜົນ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ​ເອີ​ລົບ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໃຫ້ການຕ້ອນຮັບທ່ານ Ville Tapani Tavio ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ພັດທະນາ ແຟນລັງ (ພາບ: VGP)

ຕອນເຊົ້າວັນທີ 21 ຕຸລາ, ໃນຂອບເຂດເຂົ້າຮ່ວມເວທີປາໄສ - ງານວາງສະແດງເສດຖະກິດສີຂຽວຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊິນ ໄດ້ໃຫ້ການຕ້ອນຮັບທ່ານ Margaritis Schinas, ຮອງປະທານຄະນະກຳມະການເອີລົບ (EC) ແລະ ລັດຖະມົນຕີກະຊວງການຄ້າການຕ່າງປະເທດ ແລະ ພັດທະນາແຟນລັງ Ville Tapani Tavio.

ທີ່ການຕ້ອນຮັບທ່ານຮອງປະທານ EC Margaritis Schinas, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ; ຜັນຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ມີຜົນບັງຄັບໃຊ້ ຈະເປີດໂອກາດຮ່ວມມືທາງດ້ານການຄ້າ, ການລົງທຶນໃຫ້ແກ່ປະຊາຄົມວິສາຫະກິດສອງຝ່າຍ; ພ້ອມທັງສະເໜີຄະນະກຳມະການເອີລົບ ຈະແກ້ໄຂບັດເຫຼືອງ IUU ສຳລັບສິນທະເລສົ່ງອອກຂອງ ຫວຽດນາມ, ຜ່ານນັ້ນປະກອບສ່ວນໜູນຊ່ວຍການພັດທະນາອາຊີບຫາປາ ແບບຍືນຍົງຂອງ ຫວຽດນາມ.

 ແບ່ງປັນກ່ຽວກັບບັນດາຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ, ທ່ານ Margaritis Schinas ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ EU ຈະສ້າງຄວາມສະດວກຫຼາຍຢ່າງເພື່ອຍົກລະດັບໃນໄລຍະໃໝ່.

ທີ່ການຕ້ອນຮັບ, ທ່ານ Ville Tapani Tavio ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ພັດທະນາ ແຟນລັງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ສອງຝ່າຍ ຊຸກຍູ້ການພົວພັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດເພື່ອແນໃສ່ຍາດແຍ່ງບັນດາຜົນປະໂຫຍດຈາກສັນຍາການຄ້າເສລີ EU - ຫວຽດນາມ (EVFTA) ແລະ ຊຸກຍູ້ການເຕີບໂຕວົງເງິນແລກປ່ຽນການຄ້າລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ