ທ່ານMarcel Winter ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ ເຊັກໂກ-ຫວຽດນາມຄືນໃໝ່

ທ່ານMarcel Winter ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ ເຊັກໂກ-ຫວຽດນາມຄືນໃໝ່ - ảnh 1
ທ່ານ Marcel Winter, ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ ເຊັກ​ໂກ - ຫວຽດ​ນາມ ອາ​ຍຸ​ການ 2017 – 2019 ຄືນ​ໃໝ່
(​ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ວັນ​ທີ 10/12, ຢູ່ ປ​ຣາ​ຮາ, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່ ສະ​ມາ​ຄົມ ເຊັກ​ໂກ - ຫວຽດ​ນາມ ອາ​ຍຸ​ການ 2017 – 2019 ແລະ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ເປັນ​ຂີດ​ໝາຍ​ເຫດ​ການ​ສະ​ມາ​ຄົມ​ຄົບ​ຮອບ 20 ປີ. ທ່ານ Marcel Winter, ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ ເຊັກ​ໂກ - ຫວຽດ​ນາມ ອາ​ຍຸ​ການ 2017 – 2019 ຄືນ​ໃໝ່. ທ່ານ Winter ໃຫ້​ຮູ້​ວ່າ: ໃນ​ອາ​ຍຸ​ການ​ໃໝ່, ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ແຜນ​ການ​ມະ​ຫາ​ພາກ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ, ສະ​ມາ​ຄົມ ເຊັກ​ໂກ - ຫວຽດ​ນາມ ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ກໍ່​ຄື​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ອື່ນໆ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ. ເຊັກ​ໂກ ໃນ​ການ​ເຄື່ອນ​ໄຫວ​ສັງ​ຄົມ, ກຸ​ສົນ, ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ, ໜູ​ນ​ຊ່ວຍ​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ ຊາວ ຫວຽດ​ນາມ ເຂົ້າ​ສັງ​ຄົມ ເຊັກ​ໂກ​ ກ່​ວາ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ