ນັກ​ກິ​ລາແລ່ນ ແລະ ລານ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ສູງ​ລະ​ດັບ​ສະ​ຖິ​ຕິ, ສ້າງ​ຂີດ​ໝາຍ​ໃນ​ງານ​ມະ​ຫາ​ກຳ​ກິ​ລາ ຊີ​ເກມ 33

(VOVWORLD) -   ໃນມື້ແຂ່ງຂັນວັນທີ 14 ທັນວາ ຢູ່ງານມະຫາກຳກິລາ ຊີເກມ 33, ບັນດານັກກິລາຂອງຄະນະນັກກິລາ ຫວຽດນາມ ສືບຕໍ່ແຂ່ງຂັນໃນຮອບຊີງຊະນະເລີດດ້ວຍຫຼາຍເນື້ອໃນຄື: ແລ່ນ ແລະ ລານ, ຍິງປືນ, ມວຍປະເພດຕ່າງໆ… 

ນີ້ລ້ວນແຕ່ແມ່ນບັນດາປະເພດກິລາທີ່ມີທ່າແຮງຂອງ ຫວຽດນາມ, ເຊິ່ງໄດ້ຮັບການຄາດຄະເນວ່າ ຈະນຳມາເຊິ່ງຫຼຽນຄຳມາໃຫ້ຄະນະນັກກິລາ ຫວຽດນາມ.

ນັກ​ກິ​ລາແລ່ນ ແລະ ລານ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ສູງ​ລະ​ດັບ​ສະ​ຖິ​ຕິ, ສ້າງ​ຂີດ​ໝາຍ​ໃນ​ງານ​ມະ​ຫາ​ກຳ​ກິ​ລາ ຊີ​ເກມ 33 - ảnh 1ນັກກິລາ ຫງວຽນທິແອັງ ແລະ ເລທິຕວຽດ ໄດ້ຮັບໄຊຊະນະໃນການແຂ່ງຂັນ (ພາບ: VOV)

        ກ່ອນໜ້ານັ້ນ, ວັນທີ 13 ທັນວາ ແມ່ນມື້ແຂ່ງຂັນທີ່ປະທັບໃຈຂອງບັນດານັກກິລາ ຫວຽດນາມ ດ້ວຍຫຼຽນຄຳ 6 ຫຼຽນ. Karate ແມ່ນປະເພດກິລາທີ່ນັກກິລາຍາດໄດ້ຫຼຽນຄຳຫຼາຍທີ່ສຸດໃນມື້ແຂ່ງຂັນວັນທີ 13 ທັນວາ. ໃນການແຂ່ງຂັນກິລາ Taekwondo, ນັກກິລາ ເຈິ່ນທິແອັງຕວຽດ ຄວ້າໄດ້ຫຼຽນຄຳໃນລະດັບ 53 – 57 ກິໂລກຼາມສຳລັບເພດຍິງ. ນີ້ແມ່ນຫຼຽນຄຳທີ 4 ໃນກິລາປະເພດ Taekwondo ຂອງຄະນະນັກກິລາ ຫວຽດນາມ ໃນຊີເກມ 33.

        ໄລ່ຮອດ 21 ໂມງ 30 ນາທີ ຂອງວັນທີ 13 ທັນວາ, ຄະນະນັກກິລາ ຫວຽດນາມ ຢືນອັນດັບທີ 3 ດ້ວຍຫຼຽນຄຳ 31 ຫຼຽນ, ຫຼຽນເງິນ 27 ຫຼຽນ ແລະ ຫຼຽນທອງ 53 ຫຼຽນ, ຖັດຈາກ ຄະນະນັກກິລາ ໄທ ແລະ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ