ນະຄອນດ່າຫນັງເລີ່ມຕົ້ນຂະບວນການ“ປີໃຫມ່ປູກຕົ້ນໄມ້”

ນະຄອນດ່າຫນັງເລີ່ມຕົ້ນຂະບວນການ“ປີໃຫມ່ປູກຕົ້ນໄມ້” - ảnh 1

(vovworld)-  ຕອນ​ເຊົ້າ​ວັນ​ທີ 4/1, ຄະນະ​ຊາວ​ຫນຸ່ມ​ນະຄອນ ດ່າ​ຫນັງ ຈັດ​ຕັ້ງ​ຂະ​ບວນການ“ປີ​ໃຫມ່​ປູກ​ຕົ້ນ​ໄມ້” ອາ​ໄລ​ຫາ​ຄຸນງາມຄວາມດີປະທານ​ໂຮ່ຈິ​ມີນ”. ມີ​ຊາວ​ຫນຸ່ມ​ກວ່າ 300 ຄົນ ​​ເຂົ້າ​ຮ່ວມ​ຂະ​ບວນການ​ແລະ​ປູກ ຕົ້ນ​​ໄມ້ 2000 ຕົ້ນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ຊາວ​ຫນຸ່ມ, ປະຊາຊົນ ກ່ຽວ​ກັບ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຍູ້​ແຮງ​ການ​ໂຄສະນາ​ແຜນ​ຮ່າງ​ສ້າງ“ ດ່າຫນັງ ນະຄອນ​ແຫ່ງ​ສິ່ງ​ແວດ​ລ້ອມ” ​ເຖິງ​ຊາວ​ຫນຸ່ມ, ​ເຍົາວະ​ຊົນ​ໃນ​ນະຄອນ. ທ່ານ ດວ່າ​ນຊວນ​ຮຽວ, ຮອງ​ເລຂາ​ຄະນະ​ຊາວ​ຫນຸ່ມ​ນະຄອນ ດາ​ຫນັງ ​ໃຫ້​ຮູ້​ວ່າ:

        “ຂະ​ບວນການ​ປີ​ໃຫມ່​ປູກ​ຕົ້ນ​ໄມ້​ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ໄວ​ຫນຸ່ມ​ໃນ​ທົ່ວ​ນະຄອນ ທັງ​ຕອບ​ສະຫນອງ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່“ລະດູບານ​ໃຫມ່​​ແມ່ນປູກ​ຕົ້ນ​ໄມ້” ພ້ອມ​ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ໄວ​ຫນຸ່ມ​ນະ​ຄອນ​ ດ່າ​ຫນັງສື​ບຕໍ່​ປະຕິບັດ​ບັ້ນ​ຂົນຂວາຍ​ຮ່ວມ​ແຮງຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃຫມ່.”

 

 

ຂ່າວ/ບົດ​ອື່ນ