ນະຄອນ ໂຮ່ຈີມິນ ຈັດຕັ້ງໝູ່ບ້ານ ອາຊຽນ 2017

(VOVWORLD) - ນັບແຕ່ວັນທີ 21 – 24 ກັນຍາ, ທີ່ສວນສາທາລະນະ 23/09, ນະຄອນ ໂຮ່ຈີມິນ ໄດ້ດຳເນີນເຫດການ “ໝູ່ບ້ານ ອາຊຽນ 2017”. 

ການເຄື່ອນໄຫວດັ່ງກ່າວ ໂດຍພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ ສົມທົບກັບສະຖານກົງສູນໃຫຍ່ບັນດາປະເທດ ອາຊຽນ ຈັດຕັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (1967 - 2017) ແລະ 22 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (1995 - 2017). ນີ້ແມ່ນເຫດການການເມືອງພົວພັນຕ່າງປະເທດ, ແມ່ນບ່ອນພົບປະແລກປ່ຽນວັດທະນະທຳ, ສົ່ງເສີມການຄ້າ, ການທ່ອງທ່ຽວຂອງ 10 ປະເທດກຸ່ມ ອາຊຽນ ເປັນຄັ້ງທຳອິດໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ