ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ກາຕາ ຍູ້ແຮງການຮ່ວມມືພະລັງງານກັບ ຫວຽດນາມ
(VOVWORLD) - ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Khalid Ali Abdullah Abel ເອກອັກຄະລັດຖະທູດ ລັດ ກາຕາ ປະຈຳ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Khalid Ali Abdullah Abel ເອກອັກຄະລັດຖະທູດ ລັດ ກາຕາ ປະຈຳ ຫວຽດນາມ |
ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ກາຕາ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາມາດຕະການ, ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມເພື່ອນຳມາເຊິ່ງສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ ແລະ ພາກພື້ນ ດ້ວຍຈິດໃຈສາມັກຄີເພື່ອສ້າງກຳລັງແຮງ, ຮ່ວມມືກັນເພື່ອສ້າງແຫຼ່ງກຳລັງ, ເຈລະຈາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ. ຫວຽດນາມ ກຽມພ້ອມຮ່ວມມື, ໜູນຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານກັບ ກາຕາ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງສອງຝ່າຍຢ່າງຮີບດ່ວນ; ສ້າງເງື່ອນໄຂໃຫ້ ຫວຽດນາມ ສຳຜັດກັບບັນດາສາງສຳຮອງນ້ຳມັນນອກເຂດອ່າວກັບ ກາຕາ, ສົມທົບກັນສ້າງສາງສຳຮອງນ້ຳມັນພາກພື້ນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ບັນຍາກາດການຕ້ອນຮັບ |
ທ່ານເອກອັກຄະລັດຖະທູດ Khalid Ali Abdullah Abel ໃຫ້ຮູ້ວ່າ ຈະສືບຕໍ່ຊຸກຍູ້ບັນດາເນື້ອໃນຮ່ວມມື ເຊິ່ງທ່ານນາຍົກລັດຖະມົນຕີໄດ້ເຕື້ອງເຖິງ, ໂດຍຖືວ່າ ສອງຝ່າຍຕ້ອງຄິດໄລ່ເຖິງເລື່ອງສືບຕໍ່ຊຸກຍູ້ການຮ່ວມມືຢ່າງແຂງແຮງກວ່າ ດ້ວຍຈິນຕະນາການໃໝ່, ວາງອອກບັນດາແຜນຜັງພັດທະນາທີ່ເໝາະສົມ.