ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບບັນດາໂຄງການຈຸດສຸມເຂດພາກໃຕ້
(VOVWORLD) - ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ເຖິງຢ່າງໃດກໍຕາມ, ເຂດນີ້ປັດຈຸບັນຍັງມີສອງບັນຫາໃຫຍ່ກ່ຽວກັບຄົມມະນາຄົມ ແລະ ຊັບພະຍາກອນມະນຸດດັ່ງນັ້ນຕ້ອງປະຕິບັດບັນດາວິທີການແກ້ໄຂສອງບັນຫາດັ່ງກ່າວຢ່າງຂ້ຽວຂາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບສະພາບການຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມຢູ່ເຂດພາກໃຕ້ (ພາບ: TTXVN) |
ໃນການເດີນທາງປະຕິບັດງານຢູ່ບັນດາແຂວງ, ນະຄອນເຂດພາກໃຕ້, ຕອນບ່າຍວັນທີ 21 ເມສາ, ຢູ່ນະຄອນເກິ່ນເທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບສະພາບການຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມຢູ່ເຂດພາກໃຕ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ເຖິງຢ່າງໃດກໍຕາມ, ເຂດນີ້ປັດຈຸບັນຍັງມີສອງບັນຫາໃຫຍ່ກ່ຽວກັບຄົມມະນາຄົມ ແລະ ຊັບພະຍາກອນມະນຸດດັ່ງນັ້ນຕ້ອງປະຕິບັດບັນດາວິທີການແກ້ໄຂສອງບັນຫາດັ່ງກ່າວຢ່າງຂ້ຽວຂາດ.
ຜ່ານການກວດກາໂຄງການເສັ້ນທາງຄວາມໄວສູງຕອນ ເກິ່ນເທີ - ກາເມົາ, ຕອນສຸດທ້າຍຂອງເສັ້ນທາງຄວາມໄວສູງເໜືອ - ໃຕ້ທາງທິດຕາເວັນອອກ, ທ່ານນາຍົກລັດຖະມົນີ ຮຽກຮ້ອງວ່າ ຊ້າສຸດແມ່ນຮອດວັນທີ 19 ທັນວາປີນີ້ຕ້ອງເປີດນຳໃຊ້ໂຄງການນີ້. ພ້ອມກັນນັ້ນ, ບັນດາໂຄງການເສັ້ນທາງຄວາມໄວສູງຄື ເຈົາດົກ - ເກິ່ນເທີ - ຊອກຈັງ ແລະ ໂຄງການສຳຄັນຈຳນວນໜຶ່ງອື່ນໆກໍ່ຕ້ອງ ຜັນຂະຫຍາຍປະຕິບັດຢ່າງຄົບຊຸດ, ຂ້ຽວຂາດ. ຜ່ານນັ້ນ, ປະຕິບັດສຳເລັດເປົ້າໝາຍໝົດປີນີ້, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ມີເສັ້ນທາງຄວາມໄວສູງ 600 ກີໂລແມັດ.