ນີເຊເຣຍ ໄດ້ກອບກູ້ນັກຮຽນ 100 ຄົນຖືກລັກຈັບຕົວ
(VOVWORLD) - ເດືອນ ພະຈິກ ຜ່ານມາ, ມີນັກຮຽນ ແລະ ພາລະກອນ 315 ຄົນຖືກລັກຈັບຕົວໃຫ້ອອກຈາກໂຮງຮຽນກິນນອນ St. Mary’s ຢູ່ລັດ Niger.
ວັນທີ 07 ທັນວາ, ສື່ມວນຊົນທ້ອງຖິ່ນ ແລະ ສະຫະປະຊາຊາດໃຫ້ຮູ້ວ່າ ເຈົ້າໜ້າທີ່ ນີເຊເຣຍ ໄດ້ກອບກູ້ນັກຮຽນ 100 ຄົນຖືກບັນດາມືປືນລັກຈັບຕົວໃຫ້ອອກຈາກໂຮງຮຽນກາໂຕນິກແຫ່ງໜຶ່ງໃນເດືອນ ພະຈິກ, ແຕ່ຍັງບໍ່ທັນຮູ້ວ່ານັກຮຽນ ແລະ ພາລະກອນຂອງໂຮງຮຽນ 165 ຄົນເປັນຄືແນວໃດ. ສື່ມວນຊົນທ້ອງຖິ່ນກໍ່ບໍ່ສະໜອງລາຍລະອຽດກ່ຽວກັບບັ້ນກອບກູ້ໄດ້ປະຕິບັດຜ່ານການເຈລະຈາ ຫຼື ນຳໃຊ້ກຳລັງການທະຫານ, ກໍຄືຈຳນວນນັກຮຽນ ແລະ ພາລະກອນທີ່ຍັງເຫຼືອ.
ເດືອນ ພະຈິກ ຜ່ານມາ, ມີນັກຮຽນ ແລະ ພາລະກອນ 315 ຄົນຖືກລັກຈັບຕົວໃຫ້ອອກຈາກໂຮງຮຽນກິນນອນ St. Mary’s ຢູ່ລັດ Niger. ໃນທັນທີ 50 ຄົນໜີໄປໄດ້ ແລະ 265 ຄົນໄດ້ຮັບຖືວ່າ ຖືກກຸ່ມລັກຈັບຕົວກັກຂັງ.