ບັນຍາກາດງານບຸນ Ramadan ທີ່ມິດງຽບຢູ່ບັນດາປະຊາຄົມ ອາຣັບ ຢູ່ ອິດສະຣາແອັນ
(VOVWORLD) - ບັນດາຂໍ້ຈຳກັດໃນການໄປມາ, ຄວາມສ່ຽງລູກສອນໄຟບຸກໂຈມຕີ ແລະ ສະພາບຂາດແຄນອຸມົງລີ້ໄພຢູ່ຫຼາຍເຂດພາກ ໄດ້ເຮັດໃຫ້ບັນຍາກາດຂອງງານບຸນມີຄວາມມິດງຽບກວ່າປົກກະຕິ, ຢູ່ໂບດ ອິດສະລາມ ຫຼາຍແຫ່ງບໍ່ຄ່ອຍມີຄົນມາທຳພິທີກຳ ແລະ ຈຳນວນລູກຄ້າຢູ່ບັນດາເຂດຕະຫຼາດ, ຮ້ານອາຫານກໍຖືກຫຼຸດລົງຢ່າງແຮງ.
ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ອີຣານ ພວມສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງຊີວິດສັງຄົມຢູ່ ອິດສະຣາແອັນ, ໃນນັ້ນ ບັນດາປະຊາຄົມຊາວ ອາຣັບ ຖືກຜົນກະທົບຢ່າງຈະແຈ້ງທີ່ສຸດ ເມື່ອຫຼາຍກິດຈະກຳໃນເດືອນ Ramadan (ວັນທີ 18 ກຸມພາ - 21 ມີນາ), ເຊິ່ງເປັນຈຸດເວລາສຳຄັນທີ່ສຸດໃນປີຂອງຊາວ ມຸດສະລິມ, ຖືກຂາດວັກຂາດຕອນ.
ບັນດາຂໍ້ຈຳກັດໃນການໄປມາ, ຄວາມສ່ຽງລູກສອນໄຟບຸກໂຈມຕີ ແລະ ສະພາບຂາດແຄນອຸມົງລີ້ໄພຢູ່ຫຼາຍເຂດພາກ ໄດ້ເຮັດໃຫ້ບັນຍາກາດຂອງງານບຸນມີຄວາມມິດງຽບກວ່າປົກກະຕິ, ຢູ່ໂບດ ອິດສະລາມ ຫຼາຍແຫ່ງບໍ່ຄ່ອຍມີຄົນມາທຳພິທີກຳ ແລະ ຈຳນວນລູກຄ້າຢູ່ບັນດາເຂດຕະຫຼາດ, ຮ້ານອາຫານກໍຖືກຫຼຸດລົງຢ່າງແຮງ.
ໜຶ່ງໃນບັນດາປັດໄຈເຮັດໃຫ້ບັນຍາກາດ Ramadan ປີນີ້ ມີຄວາມມິດງຽບກວ່າ ນັ້ນແມ່ນບັນດາມາດຕະການປ້ອງກັນຄວາມສະຫງົບຖືກຮັດແໜ້ນຢູ່ຫຼາຍສະຖານທີ່ທາງສາສະໜາສຳຄັນ. ສິ່ງທີ່ໜ້າສົນໃຈແມ່ນ, ເຈົ້າໜ້າທີ່ ອິດສະຣາແອັນ ໄດ້ຫ້າມເຕົ້າໂຮມກັນດຳເນີນພິທີສູດມົນພາວະນາໃນວັນສຸກຢູ່ໂບດ Al-Aqsa Jerusalem ໄວ້ຊົ່ວຄາວ, ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ສັກກະລະບູຊາທີ່ສຸດຂອງຊາວມຸດສະລິມ.