NATO ດຳ​ເນີນ​ບັ້ນ​ຊ້ອມ​ຮົບ​ຂະ​ໜາດ​ໃຫຍ່​ຢູ່ ເອີ​ຣົບເໜືອ

(VOVWORLD) - ວັນທີ 10 ມີນາ, ກຳລັງປະກອບອາວຸດ ແຟງລັງ ໃຫ້ຮູ້ວ່າ ມີທະຫານປະມານ 25.000 ຄົນ ທີ່ມາຈາກ 14 ປະເທດສະມາຊິກ ອົງການອັດລັງຕິກເໜືອ (NATO) ພວມເຂົ້າຮ່ວມການຊ້ອມຮົບ Cold Response 2026 ຢູ່ປະເທດນີ້, ກໍຄື ນອກແວ ແລະ  ສະວິດ.

 ການຊ້ອມຮົບ ເລີ່ມແຕ່ວັນທີ 9 ມີນາ ແລະ ຄາດວ່າຈະແກ່ຍາວຮອດທ້າຍເດືອນນີ້, ສ່ອງແສງໃຫ້ເຫັນເລື່ອງ NATO ພວມເພີ່ມທະວີການປະກົດຕົວຢູ່ພາກພື້ນ ເອີຣົບເໜືອ ຕາມຂໍ້ລິເລີ່ມທີ່ມີຊື່ວ່າ Arctic Sentry (ແປວ່າ ພົມແດນສົ້ນເໜືອ) ເພື່ອແນໃສ່ຮັບມືກັບສະພາບແວດລ້ອມຄວາມໝັ້ນຄົງທີ່ປ່ຽນແປງ ແລະ ຜົນປະໂຫຍດຍຸດທະສາດນັບມື້ນັບເພີ່ມຂຶ້ນຢູ່ ສົ້ນເໜືອ.  

        ການຊ້ອມຮົບໂດຍ ນອກແວ ນຳໜ້າ ດ້ວຍການເຂົ້າຮ່ວມຂອງນາຍທະຫານມາຈາກ 14 ປະເທດ, ລວມມີ: ນອກແວ, ອາເມລິກາ, ອັງກິດ, ເຢຍລະມັນ, ໂຮນລັງ, ຝລັ່ງ, ອີຕາລີ, ການາດາ, ແອັດສະປາຍ, ຕວັກກີ, ສະວິດ, ແຟງລັງ, ແດນມາກ ແລະ ແບນຊິກ. ນອກແວ ໄດ້ພັນລະນາວ່າ ນີ້ແມ່ນການຊ້ອມຮົບການທະຫານໃຫຍ່ສຸດ ເຊິ່ງປະເທດນີ້ໄດ້ເຂົ້າຮ່ວມໃນປີ 2026.

ຕອບກັບ

ຂ່າວ/ບົດ​ອື່ນ