ເສດຖະກິດຫວຽດນາມໄດ້ຮັບຮູ້ຫຼາຍສັນຍານທີ່ດີໃນເດືອນ 1/2012 ຊື່ງສັນຍານທີ່ດີທີ່ສຸດແມ່ນ CPI ເດືອນ 1/2012 ບໍ່ໄດ້ເພີມຂຶ້ນສູງ, ລາຄາບໍ່ມີການຜັນແປ່ຫຼາຍ, ພຽງແຕ່ໄດ້ເພີ່ມໃນຈຸດເວລາໃດ 1 ເທົ່ານັ້ນ. ລາຄາຂອງບັນດາສິນຄ້າ, ການບໍລິການຈຳເປັນຄືທັນຍາຫານໄດ້ຫລຸດລົງ, ສາທາລະນະສຸກ, ການສຶກສາໄດ້ເພີ່ມຂຶ້ນໜ້ອຍ. ລາຄາແລກປ່ຽນເງິນໂດລາສະຫະລັດໄດ້ເພີ່ມຂຶ້ນໜ້ອຍດຽວ (ໃນລະດັບ 0,05%). ສັນຍານທີ່ດີອີກອັນ 1 ໄດ້ຮັບການຮັບຮູ້ແມ່ນການນຳເຂົ້າເກີນດຸນ. ໃນເດືອນ 1/2012 ການນຳເຂົ້າເກີນດຸນແມ່ນ 100 ລ້ານໂດລາສະຫະລັດ. ອັດຕາສ່ວນການນຳເຂົ້າເກີນດຸນ ເມື່ອທຽບກັບການສົ່ງອອກພຽງແຕ່ຢູ່ໃນລະດັບກ່ວາ 1,5% ເທົ່ານັ້ນ.