ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ແຕ່ 10%ຂຶ້ນ​ໄປ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານບັນດາກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອປະກອບຄຳເຫັນກ່ຽວກັບບາງເນື້ອໃນສຳຄັນເພື່ອປະຕິບັດເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 10% ຂຶ້ນໄປ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້.
ປະ​ຕິ​ບັດ​ເປົ້າ​ໝາຍ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ແຕ່ 10%ຂຶ້ນ​ໄປ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານບັນດາກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອປະກອບຄຳເຫັນກ່ຽວກັບບາງເນື້ອໃນສຳຄັນເພື່ອປະຕິບັດເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 10%ຂຶ້ນໄປ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ຕິດຂັດຫຼາຍຢາງ, ໂຄງການຍັງຄົງຄ້າງ, ແກ່ຍາວ, ປຸກລຸກ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ຊຸກຍູ້ບັນດາກຳລັງໜູນພັດທະນາ, ປະກອບສ່ວນເຂົ້າໃນການພັດທະນາໂດຍໄວ ແລະ ຍືນຍົງ. ກ່ຽວກັບສະພາບການ, ໝາກຜົນຂອງການຜັນຂະຫຍາຍແກ້ໄຂບັນດາໂຄງການ, ວິສາຫະກິດມີຄວາມຄືບໜ້າຊັກຊ້າ, ບໍ່ມີປະສິດທິຜົນຂອງຂະແໜງອຸດສາຫະກຳການຄ້າ, ທ່ານນາຍົກລັດຖະມົນຕີ ຊີ້ນຳບັນດາໜ້າທີ່, ມາດຕະການ ແລະ ກຳນົດເວລາປະຕິບັດສຳເລັດສຳລັບແຕ່ລະກະຊວງ, ອົງການ, ວິສາຫະກິດທີ່ກ່ຽວຂ້ອງ. ທ່ານນຍົກລັດຖະມົນຕີ ຮຽກຮ້ອງຕ້ອງປະຕິບັດບັນດາໂຄງການຍັງເຫຼືອໃຫ້ສຳເລັດ, ຖ້າເກີດຂຶ້ນຂໍ້ຕິດຂັດ ສືບຕໍ່ລາຍງານ, ສະເໜີ, ເສີມຂະຫຍາຍຈິດໃຈກ້າຄິດກ້າທຳ, ເພື່ອຜົນປະໂຫຍດລວມຢູ່ລະດັບສູງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ