ປະ​ທານ​ປະ​ເທດ: ເພ​ື່ອ​ປະ​ເທດ ຫວຽດ​ນາມ ເອົາ​ຊະ​ນະ​ໂລກ​ລະ​ບາດ ແລະ ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ

(VOVWORLD) -ພັກ ແລະ ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ເປັນເຈົ້າການປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍເພື່ອພັດທະນາທັກສະແຮງງານ. 
ປະ​ທານ​ປະ​ເທດ: ເພ​ື່ອ​ປະ​ເທດ ຫວຽດ​ນາມ ເອົາ​ຊະ​ນະ​ໂລກ​ລະ​ບາດ ແລະ ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ເນື່ອງໃນໂອກາດວັນທັກສະແຮງງານ ຫວຽດນາມ ວັນທີ 4 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫາກໍສົ່ງຈົດໝາຍຮຽກຮ້ອງໃຫ້ຮ່ວມເດີນທາງຍົກສູງລະດັບທັກສະແຮງງານ “ເພື່ອປະເທດ ຫວຽດນາມ ເອົາຊະນະໂລກລະບາດ ແລະ ພັດທະນາແບບຍືນຍົງ”.

ໃນຈົດໝາຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ເປັນເຈົ້າການປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍເພື່ອພັດທະນາທັກສະແຮງງານ. ທ່ານປະທານປະເທດ ສະເໜີໃຫ້ຍູ້ແຮງການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີທັກສະ, ມີສີມືແຮງງານສູງ, ສອນວິຊາຊີບໃຫ້ແກ່ຊາວໜຸ່ມຢ່າງທົ່ວເຖິງ; ຮຽກຮ້ອງໃຫ້ຊາວຜູ້ອອກແຮງງານທຸກຄົນໃນທົ່ວປະເທດຈົ່ງຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມດ້ານທັກສະວິຊາຊີບຢ່າງບໍ່ຢຸດຢັ້ງ; ປະດິດຄິດສ້າງຢ່າງຕໍ່ເນື່ອງເພື່ອປົວແປງສະມັດຕະພາບ ແລະ ຍົກສູງປະສິດທິຜົນການອອກແຮງງານ; ມານະພະຍາຍາມກວ່າອີກເພື່ອຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ