ປະທານປະເທດ ເລືອງເກື່ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກູ໋ຈີ ແລະ ຮອັກມົນ
(VOVWORLD) - ຕອນເຊົ້າວັນທີ 22 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ເຂົ້າຮ່ວມກອງປະຊຸມພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງ ກູຈີ ແລະ ຮອັກມົນ.
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV) |
ນະທີ່ນີ້, ທ່ານປະທານປະເທດ ຖືວ່າ ປະເທດພວມມີບາດກ້າວບຸກທະລຸຢ່າງແຮງ ກ່ຽວກັບລະບອບລະບຽບການ, ແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງດ້ວຍທັດສະນະ, ຈິນຕະນາການ ແລະ ວິທີການປະຕິບັດໃໝ່. ສຳລັບຝ່າຍນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ປາດຖະໜາວ່າ ດ້ວຍທີ່ຕັ້ງບົດບາດ ແລະ ບົດຮຽນປະສົບການ, ນະຄອນ ສືບຕໍ່ຍາດແຍ່ງກາລະໂອກາດ, ມີມາດຕະການເໝາະສົມ ເພື່ອເສີມຂະຫຍາຍບົດບາດປະຈັນບານໃນການປະຕິບັດບັນດານະໂຍບາຍຊີ້ຂາດທີ່ມີລັກສະນະປະຕິວັດ ແລະ ປະຫວັດສາດຂອງພັກ ແລະ ລັດໃນປັດຈຸບັນ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນຢູ່ ເຂດຮ່ອງຮອຍສະຖານປະຫວັດສາດລະດັບຊາດສາມແຍກ ຣົ່ງ (ພາບ: VOV) |
ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນຢູ່ ເຂດຮ່ອງຮອຍສະຖານປະຫວັດສາດລະດັບຊາດສາມແຍກ ຣົ່ງ (ຢູ່ຕາແສັງ ຊວັນເທິ່ຍເທື້ອງ, ເມືອງ ຮອກມົນ); ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮົບວິລະຊົນກຳລັງປະກອບອາວຸດ ໂຕວັນດຶກ, ຜູ້ທີ່ໄດ້ສະຫຼະຕະຫຼອດຊີວິດຄາວເຍົາໄວຂອງຕົນເພື່ອປ້ອງກັນອຸໂມງໃຕ້ດິນ ກູຈີ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮົບວິລະຊົນກຳລັງປະກອບອາວຸດ ໂຕວັນດຶກ (ພາບ: VOV) |