(VOVWORLD) - ເພື່ອປະຕິບັດພັນທະຂອງຜູ້ມີສິດເລືອກຕັ້ງ, ຕອນເຊົ້າວັນທີ 15 ມີນາ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ບັນດາການຳພັກ, ລັດ ຫວຽດນາມ ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
ທ່ານປະທານປະເທດ ເລືອງເກື່ອງ ແລະ ການນຳພັກ, ລັດປ່ອນບັດເລືອກຕັ້ງຢູ່ເຂດປ່ອນບັດເລກທີ 26, ຕາແສງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ. |
ທ່ານປະທານປະເທດ ເລືອງເກື່ອງ ໄດ້ປ່ອນບັດເລືອກຕັ້ງຢູ່ເຂດປ່ອນບັດເລກທີ 26, ຕາແສງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ. ເຂົ້າຮ່ວມການປ່ອນບັດຍັງມີທ່ານ ພົນເອກ ຫງວຽນຈ້ອງເຫງຍ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ.
ຢູ່ໜ່ວຍເລືອກຕັ້ງເລກທີ 7, ເຂດບັນດາອົງການທຸຕານຸທູດ, ຕາແສງ ຊວັນດິງ, ນະຄອນ ຮ່າໂນ້ຍ, ທ່ານນາງ ບຸ່ຍທິມິງຮວ່າຍ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານຮອງປະທານສະພາເລືອກຕັ້ງສະພາແຫ່ງຊາດ ເປັນຜູ້ປ່ອນບັດທຳອິດ. ຖັດຈາກນັ້ນ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍບັນດາຜູ້ມີສິດເລືອກຕັ້ງໃນເຂດຊຸມຊົນປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ.
ທ່ານນາງ ບຸ່ຍທິມິງຮວ່າຍ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານຮອງປະທານສະພາເລືອກຕັ້ງສະພາແຫ່ງຊາດ ປ່ອນບັດຢູ່ໜ່ວຍເລືອກຕັ້ງເລກທີ 7, ເຂດບັນດາອົງການທຸຕານຸທູດ, ຕາແສງ ຊວັນດິງ, ນະຄອນ ຮ່າໂນ້ຍ (ພາບ: VOV) |
ຢູ່ເຂດປ່ອນບັດເລກທີ 4, ຕາແສງ ແທງຊວັນ, ຮ່າໂນ້ຍ, ທ່ານ ດວ່ານມິງຫວນ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ທ່ານ ໂຮ່ດຶກເຟິກ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຮອງລັດຖະມົນຕີກະຊວງພາຍໃນ, ກະຊວງຍຸຕິທຳ, ກະຊວງຊົນເຜົ່າ ແລະ ສາສະໜາ ໄດ້ເຂົ້າຮ່ວມການປ່ອນບັດ.
ທ່ານອະດີດປະທານປະເທດ ຫງວຽນມິງຈຽດ ປ່ອນບັດຢູ່ຕາແສງ ຝູອານ, ນະຄອນ ໂຮ່ຈີມິນ |
ຢູ່ທາງພາກໃຕ້, ຢູ່ຈຸດປ່ອນບັດທີ່ຕາແສງ ລອງຊວຽນ, ແຂວງ ອານຢາງ ມີການເຂົ້າຮ່ວມຂອງທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ. ບັນດາອະດີດການນຳພັກ, ລັດ ເຊັ່ນທ່ານ ເຈືອງເຕິນຊາງ, ຫງວຽນມິງຈຽດ, ຫງວຽນເຕິນຢຸງ ໄດ້ເຂົ້າຮ່ວມການປ່ອນບັດຢູ່ຈຸດເລືອກຕັ້ງຢູ່ຕາແສງ ຊວັນຮວ່າ, ເຕິນດິ້ງ ແລະ ຝູອານ (ນະຄອນ ໂຮ່ຈີມິນ)./.