ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະເດີນທາງເຖິງ ນະຄອນຫລວງວຽງຈັນ

(VOVWORLD) - ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນ ຫລວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 24-25 ເມສາ 2025
ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະເດີນທາງເຖິງ ນະຄອນຫລວງວຽງຈັນ - ảnh 1ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ (ພາບ: VOV)

ໃນຕອນບ່າຍວັນທີ 24 ເມສາ 2025 ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນ ຫລວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 24-25 ເມສາ 2025 ຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ. ຄະນະຕ້ອນຮັບ ທີ່ ສະໜາມບິນ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີ ສະຫາຍ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະທັງຝ່າຍລາວ ແລະ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ກັບບັນດາການນຳກະຊວງ, ຂະແໜງການ ທີ່ກ່ຽວຂ້ອງຂອງລາວ, ສ່ວນຝ່າຍຫວຽດນາມ ມີການສະຫາຍ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ລາວ ພ້ອມກັບພະນັກງານ, ລັດຖະກອນສະຖານທູດ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວເປັນຈຳນວນຫຼວງຫຼາຍ.


ຕອບກັບ

ຂ່າວ/ບົດ​ອື່ນ