ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50ປີແຫ່ງວັນລອງອານໄດ້ຮັບນາມມະຍົດ “ອົງກາດກ້າແກ່ນຕີສັດຕູ

(VOVWORLD) - ຕອນເຊົ້າວັນທີ 17 ກັນຍາ, ແຂວງລອງອານໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນລອງອານໄດ້ຮັບນາມມະຍົດ “ ອົງກາດກ້າແກ່ນຕີສັດຕູ” (ວັນທີ 17 ກັນຍາປີ 1967 - ວັນທີ 17 ກັນຍາປີ 2017) ແລະ ມີກຽດໄດ້ຮັບຫຼຽນໄຊເອກະລາດຊັ້ນໜຶ່ງຄັ້ງທີ 2.
   ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50ປີແຫ່ງວັນລອງອານໄດ້ຮັບນາມມະຍົດ “ອົງກາດກ້າແກ່ນຕີສັດຕູ - ảnh 1 ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50ປີແຫ່ງວັນລອງອານໄດ້ຮັບນາມມະຍົດ “ອົງກາດກ້າແກ່ນຕີສັດຕູ”   

ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນທົບທວນຄືນປະຫວັດສາດທີ່ສະຫງ່າລາສືຂອງລອງອານ. ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງລອງອານ ແລະ ຫວັງວ່າ ລອງອານຈະສືບຕໍ່ພັດທະນາຢ່າງກ້າວກະໂດດຂັ້ນ, ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາແຂວງຮັ່ງມີ, ເຂັ້ມແຂງໃນເຂດເສດຖະກິດຈຸດສຸມ ແລະ ຂອງທົ່ວປະເທດ.   

ຕອບກັບ

ຂ່າວ/ບົດ​ອື່ນ