ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ປະ​ກາດ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ປະ​ກອ​ບ​ດ້ວຍລັດ​ຖະ​ມົນ​ຕີ 48 ຕຳ​ແໜ່ງ

(VOVWORLD) - ຕອນຄ່ຳວັນທີ 20 ຕຸລາ, ທ່ານປະທານາທິບໍດີ ອິນໂດເນເຊຍ, Prabowo Subianto ໄດ້ປະກາດບັນຊີລາຍຊື່ຄະນະລັດຖະບານຢູ່ທຳນຽບປະທານາທິບໍດີ ເຊິ່ງທ່ານໄດ້ເອີ້ນວ່າ “ແດງ - ຂາວ” ລວມມີ ລັດຖະມົນຕີ 48 ຕຳແໜ່ງ, ໃຫຍ່ກວ່າຄະນະລັດຖະບານຂອງປະທານາທິບໍດີຄົນເກົ່າ ທີ່ມີ 34 ຕຳແໜ່ງ.
ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ປະ​ກາດ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ປະ​ກອ​ບ​ດ້ວຍລັດ​ຖະ​ມົນ​ຕີ 48 ຕຳ​ແໜ່ງ - ảnh 1ທ່ານ Prabowo Subianto ສາບານຕົວຮັບດຳລົງຕຳແໜ່ງ (ພາບ: TTXVN)

ຢ່າງໜ້ອຍສຸດມີອະດີດລັດຖະມົນຕີ 15 ທ່ານ ເຄີຍຮັບໃຊ້ໃນອຳນາດການປົກຄອງຂອງທ່ານ Joko Widodo ແມ່ນໄດ້ຮັບການແຕ່ງຕັ້ງດຳເນີນຕຳແໜ່ງຕໍ່ໄປ, ຫຼື ຍັງຮັກສາໜ້າວຽກ ຫຼື ຮັບດຳລົງຕຳແໜ່ງໃໝ່. ໃນວັນທີ 20 ຕຸລາ, ທ່ານ Prabowo Subianto ໄດ້ຮັບດຳລົງຕຳແໜ່ງປະທານາທິບໍດີຄົນທີ 8 ຂອງ ອິນໂດເນເຊຍ ດ້ວຍຄຳໝັ້ນສັນຍາ ແກ້ໄຂບັນດາບັນຫາພາຍໃນປະເທດ, ເຊັ່ນ: ການສໍ້ລາດບັງຫຼວງ ແລະ ເຮັດໃຫ້ປະເທດຊາດເປັນເຈົ້າຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ.

        ປະທານາທິບໍດີຄົນໃໝ່ຂອງ ອິນໂດເນເຊຍ ໄດ້ວາງຄາດໝາຍການເຕີບໂຕເສດຖະກິດຈະບັນລຸ 8% ໃນເວລາ ແຕ່ 2 - 3 ປີຈະມາເຖິງ.

ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ