ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ອອກ​ຄຳ​ສັ່ງ​ສືບ​ສວນ​ພາ​ສີ​ອາ​ກອນ​ສຳ​ລັບ​ທຸກ​ປະ​ເພດ​ແຮ່​ທາດ​ສຳ​ຄັນ​ທີ່​ໄດ້​ນຳ​ເຂົ້າ

(VOVWORLD) - ວັນທີ 15 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະດຳລັດວ່າດ້ວຍການຮຽກຮ້ອງດຳເນີນການສືບສວນຄວາມສາມາດຈັດວາງພາສີສຳລັບທຸກປະເພດສິນຄ້າແຮ່ທາດນຳເຂົ້າທີ່ສຳຄັນ. 
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump  ອອກ​ຄຳ​ສັ່ງ​ສືບ​ສວນ​ພາ​ສີ​ອາ​ກອນ​ສຳ​ລັບ​ທຸກ​ປະ​ເພດ​ແຮ່​ທາດ​ສຳ​ຄັນ​ທີ່​ໄດ້​ນຳ​ເຂົ້າ - ảnh 1ທ່າກ່ຳປັ່ນ Los Angeles, ລັດ California  (ພາບ: THX/TTXVN)

ຕາມລັດຖະດຳລັດດັ່ງກ່າວແລ້ວ, ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Howard Lutnick ຈະເລີ່ມດຳເນີນບັ້ນສືບສວນຄວາມໝັ້ນຄົງແຫ່ງຊາດ ຕາມມາດຕາ 232 ຂອງກົດໝາຍວ່າດ້ວຍການເປີດກວ້າງການຄ້າປີ 1962 - ເຊິ່ງເປັນກົດໝາຍທີ່ທ່ານ Trump ໄດ້ນຳໃຊ້ໃນອາຍຸການປະທານາທິບໍດີທຳອິດ ເພື່ອຈັດວາງພາສີທົ່ວໂລກ 25% ສຳລັບ ອາລູມີນຽມ ແລະ ເຫຼັກກ້າ. ເດືອນກຸມພາ ປີ 2025, ທ່ານ Trump ກໍໄດ້ອີງໃສ່ມາດຕາຂອງກົດໝາຍສະບັບດັ່ງກ່າວເພື່ອເປີດບັ້ນສືບສວນກ່ຽວກັບຄວາມສາມາດຈັດວາງພາສີສຳລັບທອງນຳເຂົ້າຕະຫຼາດ ອາເມລິກາ.

        ບັ້ນສືບສວນໃໝ່ຈະພິຈາລະນາຢ່າງຮອບດ້ານບັນດາກຳລັງໜູນການຕະຫຼາດທີ່ກ່ຽວຂ້ອງເຖິງບັນດາປະເພດສິນຄ້າແຮ່ທາດສຳຄັນຄື Cobalt, nickel, 17 ທາດມູນດິນຫາຍາກ, urani ແລະ ບັນດາທາດມູນອື່ນ ເຊິ່ງວົງການເຈົ້າໜ້າທີ່ ອາເມລິກາ ກຳນົດວ່າ ຈຳເປັນສຳລັບຄວາມໝັ້ນຄົງແຫ່ງຊາດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ