ປ່ຽນ​ແປງວິ​ທີ​ການ​ບຳ​ລຸງ​ສ້າງ​ເພື່ອ​ຍົກ​ສູງ​ຄຸ​ນ​ນະ​ພາບ​ຂ​ອງ ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

(VOVWORLD) -ວັນທີ 5 ມີນາ, ຢູ່ຮ່າໂນ້ຍ, ປະຕູຖານຂໍ້ມູນຂ່າວສານເອເລັກໂຕນິກ ລັດຖະບານ ໄດ້ຈັດຕັ້ງການໂອ້ລົມສົນທະນາທາງອອນລາຍ “ເພື່ອນຳໃຊ້ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢ່າງມີປະສິດທິຜົນ”.
ປ່ຽນ​ແປງວິ​ທີ​ການ​ບຳ​ລຸງ​ສ້າງ​ເພື່ອ​ຍົກ​ສູງ​ຄຸ​ນ​ນະ​ພາບ​ຂ​ອງ ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ - ảnh 1ການໂອ້ລົມສົນທະນາທາງອອນລາຍ “ເພື່ອນຳໃຊ້ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢ່າງມີປະສິດທິຜົນ” (ພາບ: TTXVN) 

ທີ່ການໂອ້ລົມສົນທະນາ, ເມື່ອແລກປ່ຽນກ່ຽວກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ທ່ານ ບຸ່ຍຊີ້ເລີ້ຍ ຮອງປະທານກຳມາທິການບັນດາບັນຫາສັງຄົມຂອງ ສະພາແຫ່ງຊາດ ຫວຽດນາມ ຖືວ່າ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີພູມປັນຍາ, ບຸກຄະລິກກະພາບ, ມີສີມື, ມີກຳລັງຄວາມສາມາດທີ່ໂດດເດັ່ນ ແລະ ສາມາດປະຕິບັດໜ້າທີ່ໃຫ້ສຳເລັດເປັນຢ່າງດີ. ເຮັດໄດ້ຄືແນວນັ້ນຈຶ່ງສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ສາມາດສຳຜັດກັບການປະຕິວັດອຸດສາຫະກຳ ຄັ້ງທີ 4.

        ເມື່ອຫວນຄືນ, ຕີລາຄາກ່ຽວກັບຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃນປັດຈຸບັນຂອງ ຫວຽດນາມ, ທ່ານ ບຸ່ຍຊີ້ເລີ້ຍຖືວ່າ ໃນວິວັດການ ເຊື່ອມໂຍງພ້ອມກັບການເຂົ້າຮ່ວມບັນດາສັນຍາການຄ້າເສລີ, ຮຽກຮ້ອງໃຫ້ແຮງງານຫວຽດນາມຕ້ອງມີຄຸນນະພາບສູງເພື່ອຕອບສະໜອງຄວາມຕ້ອງການຂອງການຕະຫຼາດ. ເພື່ອປະຕິບັດໄດ້ສິ່ງນີ້, ທ່ານບຸ່ຍຊີ້ເລີ້ຍຖືວ່າຕ້ອງມີວິທີການຕີລາຄາ, ສັງເກດໃຫ້ເໝາະສົມກັບຄວາມຕ້ອງການຂອງຕະຫຼາດແຮງງານໃນແຕ່ລະໄລຍະ.

ຕອບກັບ

ຂ່າວ/ບົດ​ອື່ນ