ປີ 2020 ແມ່ນ​ປີຫຼັກ​ແຫຼ່ງ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ສ້າງ​ຊົນ​ນະ​ບົດ​ໃໝ່

(VOVWORLD) -   ວັນທີ 11 ມິຖຸນາ, ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມໄດ້ເປັນປະທານກອງປະຊຸມປະເມີນໝາກຜົນຂອງການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ໃນໄລຍະທີ່ຜ່ານມາ, ທິດທາງ, ໜ້າທີ່ປະຕິບັດໝົດປີ 2020, ກຳນົດທິດໄລຍະ 2021 – 2025.
ປີ 2020 ແມ່ນ​ປີຫຼັກ​ແຫຼ່ງ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 1ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ທີ່ກອງປະຊຸມ, ທ່ານ ຈິ້ງດິ່ງຢຸງ ເນັ້ນໜັກວ່າ ປີ 2020 ແມ່ນປີຫຼັກແຫຼ່ງໃນການປະຕິບັດ ໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່, ເພື່ອປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ຍັງເຫຼືອຂອງໄລຍະປີ 2016 – 2020 ຕາມທິດຍົກສູງຄຸນນະພາບ, ນັບມື້ນັບກ້າວເຂົ້າສູ່ລວງເລິກ. ໃນນັ້ນ, ບັນດາກະຊວງ, ຂະແໜງການຂຶ້ນສູນກາງຕ້ອງສຸມໃສ່ຊີ້ນຳ, ເລັ່ງລັດບັນດາທ້ອງຖິ່ນຕາມບໍລິເວນທີ່ໄດ້ແບ່ງໜ້າທີ່ວຽກງານຍູ້ໄວຄວາມຄືບໜ້າໃນການປະຕິບັດ, ເພື່ອສູ້ຊົນປະຕິບັດ ບັນດາເປົ້າໝາຍທີ່ຍັງເຫຼືອຂອງໂຄງການໃຫ້ສຳເລັດໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ