ຜູ້ຕາງໜ້າຂອງປະທາ ນາທິບໍດີອາເມລິກາ ຢ້ຽມຢາມຫວຽດນາມ


ຜູ້ຕາງໜ້າຂອງປະທາ ນາທິບໍດີອາເມລິກາ ຢ້ຽມຢາມຫວຽດນາມ - ảnh 1

(ພາບ: VGP/Hải Minh)

 (vovworld)- ​ ​ວັນ​ທີ 14/7, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Evan Medeiros  ຜູ້ຕາງ ໜ້າ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ຊື່​ງພວມ​ຢູ່ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ຊົມ​ເຊີຍ​ການຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ ຂອງທ່ານ Evan Medeiros ​ໃນ​ຖານະ​ເປັນ​ຜູ້ຕາງໜ້າ ປະທານາທິບໍດີ​ອາ​ເມ​ລິ​ກາ; ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ຄວາມ​ຄຶບໜ້າ​ໃນ​ການ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ ຈາກດ້ານ​ການ​ເມືອງ-​ການ​ທູດ, ​ເສດຖະກິດ, ການ​ຄ້າ, ການ​ສຶກສາ​ຕະຫຼອດ​ຮອດດ້ານ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ສົມ​ທົບກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີຖື​ວ່າ, ນັບ​ແຕ່​​ເມື່ອ​ໄດ້ກຳນົດ​ການ​ພົວພັນ​ຮອບດ້ານ​ໃນ 1 ປີ​ກ່ອນ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແທດ​ຈິງ​ກ່ວາ​ໃນ​ຫຼາຍ​ຂົງ​ເຂດ. ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ລະອຽດ​ໃນ​ການ​ພົວພັນ​ຫວຽດນາມ-​ອາ​ເມ​ລິ​ກາ ​ແລະ ບັນດາ​ບັນຫາ​ຢູ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ./.

ຂ່າວ/ບົດ​ອື່ນ