(VOVWORLD) - ຟີລິບປິນ ໄດ້ຮີບເຮັ່ງຍົກຍ້າຍ ປຊຊ ກ່ວາ 100.000 ຄົນໃນພາກຕາເວັນອອກ ແລະ ພາກເໜືອ. ...
ພະຍຸ Fung-Wong ໄດ້ເພີ່ມຄວາມແຮງຂຶ້ນເປັນພະຍຸໃຫ່ຍໃນຕອນເຊົ້າຂອງວັນທີ 9 ພະຈິກ ດ້ວຍລະດັບຄວາມແຮງລົມແມ່ນ 185-230 km/h ຂອບເຂດກໍ່ຜົນສະທ້ອນແມ່ນເກືອບທັງໝົດປະເທດ. ຄາດວ່າພະຍຸຈະລົງເຂົ້າແຂວງ Aurora ຢູ່ໃຈກາງເກາະ Luzon ໃນຕອນຄ່ຳຂອງວັນທີ 9 ພະຈິກ ຫຼືຕອນເຊົ້າວັນທີ 10 ພະຈິກດ້ວຍຝົນຕົກໜັກອາດຈະແຕ່ 200 mm ຂຶ້ນໄປ ອາດຈະເຮັດໃຫ້ນ້ຳຖ້ວມໃນວົງກ້ວາງ.
ເພື່ອຮັບປະກັນຄວາມປອດໄພ, ຟີລິບປິນ ໄດ້ຮີບເຮັ່ງຍົກຍ້າຍ ປຊຊ ກ່ວາ 100.000 ຄົນໃນພາກຕາເວັນອອກ ແລະ ພາກເໜືອ. ອົງການຄຸ້ມຄອງການບິນພົນລະເຮືອນໄດ້ປະກາດຍຸບເລິກກ່ວາ 300 ຖ້ຽວບິນພາຍໃນປະເທດ ແລະ ສາກົນ.