ຟຸ໋ກ໋ວກ ຕ້ອນຮັບນັກທ່ອງທ່ຽວາສາກົນຜູ້ທີ 10 ລ້ານ
(ພິທີຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ 10 ລ້ານ
ມາຫວຽດນາມ ໃນປີ 2016)
(vovworld) - ວັນທີ 25/12, ຢູ່ທ່າອາກາດສະຍານສະໜາມບິນສາກົນຟຸ໋ກ໋ວກ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງກຽນຢາງ ແລະ ບໍລິສັດໃຫຍ່ການບິນຫວຽດນາມ, ຈັດຕັ້ງພິທີຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ 10 ລ້ານ ມາຫວຽດນາມ ໃນປີ 2016. ນັກທ່ອງທ່ຽວຜູ້ມີ 10 ລ້ານແມ່ນທ່ານ Michael Tonge, ມາຈາກອັງກິດ ພ້ອມກັບນັກທ່ອງທ່ຽວສາກົນອີກ 2 ຄົນ ນັ້ນແມ່ນທ່ານ Andrej Marek Balzer ມາຈາກເຢຍລະມັນ ແລະ ທ່ານນາງ Eva Lenda Karlsson ມາຈາກຊູແອດ. ເຫດການຕ້ອນຮັບນັກທ່ອງທ່ຽວຜູ້ທີ 10 ລ້ານ ແມ່ນຂີດໝາຍສຳຄັນຂອງຂະແໜງທ່ອງທ່ຽວຫວຽດນາມ. ນີ້ແມ່ນລະດັບເຕີບໂຕໜ້າປະທັບໃຈໃນປີ 2016 ດ້ວຍຈຳນວນນັກທ່ອງທ່ຽວສາກົນເພີ່ມຂຶ້ນກວ່າ 2 ລ້ານເທື່ອຄົນ ເມື່ອທຽບໃສ່ປີ 2015. ສິ່ງດັ່ງກ່າວໄດ້ປະກອບສ່ວນຢືນຢັນຫວຽດນາມ ພວມ ແລະ ຈະແມ່ນສະຖານທີ່ດູດດື່ມ, ມີຄວາມປອດໄພ ແລະ ໃກ້ຊິດສະໜິດສະໜົມໃນພາກພື້ນອາຊີ - ປາຊີຟິກ.
ປີ 2017, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ວາງອອກຄາດໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 11,5 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນປະເທດແມ່ນ 66 ລ້ານເທື່ອຄົນ. ຂະແໜງທ່ອງທ່ຽວສູ້ຊົນຮອດປີ 2020 ຈະກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດໂດຍພື້ນຖານ.