ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 30 ຄົນ ໃນ​ເຫດ​ກໍ່​ການ​ຮ້າຍ​ຢູ່ Kashmir, ອິນ​ເດຍ

(VOVWORLD) -  ແນວໂຮມຕໍ່ຕ້ານ,ເຊິ່ງເປັນສາຂາໜຶ່ງຂອງກຸ່ມກໍ່ການຮ້າຍ Laskhar-e- Taiba ທີ່ມີສຳນັກງານຢູ່ ປາກິດສະຖານ ໄດ້ກ່າວຮັບຜິດຊອບກ່ຽວກັບເຫດບຸກໂຈມຕີດັ່ງກ່າວ.
ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 30 ຄົນ ໃນ​ເຫດ​ກໍ່​ການ​ຮ້າຍ​ຢູ່ Kashmir, ອິນ​ເດຍ - ảnh 1ກອງປະຊຸມຄວາມໝັ້ນຄົງຂັ້ນສູງໄດ້ດຳເນີນໃນຕອນຄ່ຳວັນທີ 22 ເມສາ 

ຢ່າງໜ້ອຍສຸດມີນັກທ່ອງທ່ຽວ 26 ຄົນ, ໃນນັ້ນ ມີຊາວຕ່າງປະເທດ 2 ຄົນຖືສັນຊາດ ອີຕາລີ ແລະ ອິດສະຣາແອັນ ຖືກເສຍຊີວິດ ແລະ ປະມານ 20 ຄົນຮັບບາດເຈັບໃນເຫດບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ເທດສະບານ Pahalgam, ເຂດດິນແດນລະຫວ່າງລັດ Jammu ແລະ Kashmir, ພາກເໜືອ ອິນເດຍ, ໃນຕອນບ່າຍວັນທີ 22 ເມສາ. ນີ້ໄດ້ຮັບຖືວ່າ ແມ່ນເຫດການກໍ່ການຮ້າຍທີ່ຮ້າຍແຮງທີ່ສຸດຢູ່ຮ່ອມພູ Kashmir ໃນຊຸມປີຜ່ານມາ.

        ຕາມຂໍ້ມູນຈາກທ້ອງຖິ່ນດັ່ງກ່າວແລ້ວ, ຢ່າງໜ້ອຍສຸດມີຜູ້ກໍ່ການຮ້າຍ 6 ຄົນ, ລວມທັງຊາວທ້ອງຖິ່ນ 02 ຄົນທີ່ໄດ້ຮັບການຝຶກຊ້ອມຈາກ ປາກິດສະຖານ, ໄດ້ແບ່ງອອກເປັນ 2 ກຸ່ມ, ບັງເອີນຍິງປືນໃສ່ແຂກທ່ອງທ່ຽວທີ່ພວມເຕົ້າໂຮມກັນຢູ່ຮ້ານອາຫານຕ່າງໆ, ຂີ່ມ້າ ຫຼື ພວມຊົມວິວ. ຫຼັງຈາກນັ້ນ ພວກກໍ່ການຮ້າຍນີ້ກໍໄດ້ແລ່ນໜີອອກຈາກບ່ອນເກີດເຫດ.

        ແນວໂຮມຕໍ່ຕ້ານ,ເຊິ່ງເປັນສາຂາໜຶ່ງຂອງກຸ່ມກໍ່ການຮ້າຍ Laskhar-e- Taiba ທີ່ມີສຳນັກງານຢູ່ ປາກິດສະຖານ ໄດ້ກ່າວຮັບຜິດຊອບກ່ຽວກັບເຫດບຸກໂຈມຕີດັ່ງກ່າວ.

ຟານຕຸງ - ນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ