ມຽນມາ ກ້າວເຂົ້າສູ່ໄລຍະສຸດທ້າຍຂອງການເລືອກຕັ້ງທົ່ວປະເທດ
(VOVWORLD) - ວັນທີ 25 ມັງກອນ, ການເລືອກຕັ້ງທົ່ວປະເທດຢູ່ ມຽນມາ ໄດ້ກ້າວເຂົ້າສູ່ຮອບທີ 3 ແລະ ກໍແມ່ນຮອບສຸດທ້າຍໃນສະພາບການພັກພັນທະມິດສາມັກຄີ ແລະ ພັດທະນາ (USDP), ໄດ້ຮັບຖືວ່າ ໃກ້ຊິດກັບກອງທັບ, ນຳໜ້າດ້ວຍຈຳນວນບັດສະໜັບສະໜູນສູງຢູ່ລັດຖະສະພາ.
ປະຊາຊົນລໍຖ້າປ່ອນບັດເລືອກຕັ້ງຢູ່ Naypyitaw, ມຽນມາ ໃນວັນທີ 28/12/2025. (ພາບ: REUTERS/Stringer) |
ຢູ່ສະຖານທີປ່ອນບັດຕ່າງໆທີ 60 ເທດສະບານ ໄດ້ພ້ອມກັນເປີດປະຕູແຕ່ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ ກົງກັບ 6 ໂມງ 30 ນາທີ ຕາມເວລາ ຫວຽດນາມ). ການເລືອກຕັ້ງທົ່ວປະເທດຄັ້ງນີ້ໄດ້ແບ່ງອອກເປັນ 3 ຮອບ, ດ້ວຍຈຳນວນສະຖານທີ່ປ່ອນບົດກວ່າ 21.000 ແຫ່ງໃນທົ່ວປະເທດ. ເມື່ອສັງລວມຕົວເລກໃນເບື້ອງຕົ້ນຈາກບັນບັ້ນປະກາດຕ່າງໆຂອງຄະນະກຳມະການເລືອກຕັ້ງສະຫະພາບ, ພາຍຫຼັງຮອບທີ 1 ແລະ ຮອບທີ 2, ຈຳນວນບ່ອນນັ່ງທັງໝົດຂອງພັກ USDP ແລະ ກອງທັບ ມຽນມາ ສົມທົບກັນ ລວມເປັນກວ່າ 400 ບ່ອນນັ່ງ, ກວມເອົາສ່ວນໃຫຍ່ຈຳນວນບ່ອນນັ່ງຢູ່ລັດຖະສະພາ. ໝາກຜົນການເລືອກຕັ້ງທົ່ວປະເທດຄາດວ່າຈະປະກາດໃນທ້າຍເດືອນ ມັງກອນ 2026. ສະພາແຫ່ງຊາດໄດ້ຮຽກໂຮມວາລະປະຊຸມຄັ້ງປະຖົມມະລຶກໃນເດືອນ ມີນາ ແລະ ລັດຖະບານໃໝ່ ຈະໄດ້ສ້າງຕັ້ງຂຶ້ນ ແລະ ຮັບຜິດຊອບບໍລິຫານໃນເດືອນ ເມສາ 2026.
ນັກຂ່າວ VOV ປະຈຳ ໄທ