ລັດຖະບານຫວຽດນາມຈັດກອງປະຊຸມອອນລາຍທົ່ວປະເທດເພື່ອຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ຕອນເຊົ້າວັນທີ 31 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານກອງປະຊຸມອອນລາຍທົ່ວປະເທດຂອງລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂເພື່ອຮັບມືກັບໂລກລະບາດໂຄວິດ-19.
ລັດຖະບານຫວຽດນາມຈັດກອງປະຊຸມອອນລາຍທົ່ວປະເທດເພື່ອຮັບມືກັບໂລກລະບາດໂຄວິດ-19 - ảnh 1 (ພາບປະກອບ: VGP)

4 ເນື້ອໃນສຳຄັນຈະໄດ້ນຳມາປຶກສາຫາລືທີ່ກອງປະຊຸມສຳຄັນນີ້ລວມມີ: ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ດຳເນີນທຸລະກິດ, ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະຈຳນວນກວ່າ 30 ຕື້ USD; ຮັບປະກັນຊີວິດສັງຄົມ; ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ. ລັດຖະມົນຕີບາງທ່ານຈະສະເໜີບັນດາໂຄງການ, ມາດຕະການແກ້ໄຂຂອງກະຊວງຕົນ, ແກ້ໄຂບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດກໍ່ໃຫ້ເກີດໃຫ້ເປັນຢ່າງດີທີ່ສຸດ…

ຕອບກັບ

ຂ່າວ/ບົດ​ອື່ນ