ລັດເຊຍ,ຕວກກີຊອກຫາວິທີການເຊື່ອມຕໍ່ການພົວພັນ2ຝ່າຍຄືນໃໝ່ ວັນອາທິດ ທີ 4 ກັນຍາ ຄ.ສ. 2016 | 15:58:41 ການນຳ ລັດເຊຍ ແລະ ຕວກກີ ພົບປະກ່ອນທີ່ດຳເນີນກອງປະຊຸມ ຈີ20 (vovworld) – ຕອນຄຳ່ວັນທີ 3/9, ພາຍຫຼັງໄປຮອດ ຮາງເຈົາ ກະກຽມເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (ຈີ 20), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີການເຈລະຈາກັບຄູ່ຕຳແໜ່ງ ຕວກກີ Tayyip Erdogan. ທີ່ການພົບປະ, ທ່ານປະທານາທິບໍດີ Putin ໄດ້ສະແດງຄວາມເຊື່ອໝັ້ນ ອາກາຣາ ຈະສ້າງສະພາບການພາຍໃນປະເທດເປັນປົກກະຕິ, ຈາກນັ້ນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ ລັດເຊຍ ແລະ ຕວກກີ. ຕາມທ່ານປະທານາທິບໍດີ Putin ແລ້ວ, ບັນດາສັນຍາກ່ຽວກັບການສ້າງການພົວພັນດ້ານການເມືອງເປັນປົກກະຕິຢູ່ຕວກກີ ແມ່ນເປັນໜ້າຊື່ນຊົມ. ທ່ານຢັ້ງຢືນຢ່າງແນ່ວແນ່ວ່າ ອານກາຣາ ໄດ້ ແລະ ພວມບັນລຸໄດ້ຄວາມຄືບໜ້າ ແລະ ຈະປະຕິບັດສຳເລັດວຽກງານສ້າງການພົວພັນພາຍໃນປະເທດເປັນປົກກະຕິ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ລັດເຊຍ ກໍຢັ້ງຢືນວ່າ ເລື່ອງສ້າງຕັ້ງການພົວພັນ 2 ຝ່າຍ ຍັງມີຫຼາຍວຽກງານທີ່ຈະຕ້ອງເຮັດຢູ່. Tag vovworld ຈີ 20 ຂ່າວ/ບົດອື່ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຜົນສຳເລັດຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ກໍແມ່ນຜົນສຳເລັດຂອງປະເທດຊາດ ສປປ.ເກົາຫຼີຍິງລູກສອນໄຟນຳວິຖີສອງລູກ ປະທານປະເທດຈີນ ສີຈິ້ນຜິງ ຈະໄປຢ້ຽມຢາມ ກາຊັກສະຖານ ແລະ ຕັດຈິກິດສະຖານ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ 19 ຄົນໃນເຫດວາງລະເບີດດ້ວຍລົດໂອໂຕຢູ່ໄທ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຜົນສຳເລັດຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ກໍແມ່ນຜົນສຳເລັດຂອງປະເທດຊາດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ