ລັດເຊຍ ກ່າວເຕືອນວ່າ ອິດສະຣາແອນ ບໍ່ຄວນບຸກໂຈມຕີ ອີຣານ

ລັດເຊຍ ກ່າວເຕືອນວ່າ ອິດສະຣາແອນ ບໍ່ຄວນບຸກໂຈມຕີ ອີຣານ - ảnh 1
ນາຍົກລັດຖະມົນຕີ ລັດເຊຍ  Putin ພົບປະກັບລັດຖະມົນຕີການຕ່າງ
ອີຣານ Ali Akbar Salehi
ພາບປະກອບ (internet)

(vovworld) - ວັນ​ທີ 22/2, ລັດ​ເຊຍ ​ໄດ້​ກ່າວ​ເຕືອນ ອິດ​ສຮາ​ແອນ​ວ່າ ບໍ່​ຄວນ​ມີ​ການ​ກະທຳ​ດ້ານການ​ທະຫານ​ເພື່ອ​ບຸກ​ໂຈມ​ຕີ ອີຣານ, ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຮຣານ, ຝ່າຍ​ລັດ​ເຊຍ ຊີ້​ແຈງບໍ່​ວ່າ​ການ​ກະທຳດ້ານ​ການ​ທະຫານ​ໃດ​ໆ​ກໍ​ຈະ​ຕ້ອງ​ຮັບ​ຜົນ​ຮ້າຍ​ຢ່ອງ​ຫລັງ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຊ່າວ, ທ່ານ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Gennady Gatilov ​ເວົ້າ​ວ່າ: ບໍ່​ວ່າ​ແຜນການ​ທະຫານ​ໃດ​ເພື່ອ​ແນ​ໃສ່ ອີຣານ ກໍ​ຈະ​ແມ່ນ​​ໄພ​ອັນຕະລາຍທີ່​ມີ​ຕໍ່ພາກ​ພື້ນ ​ແລະ ລະບົບ​ການ​ພົວພັນ​ສາກົນ​ທັງ​ໝົດ. ລັດ​ເຊຍ ປາດ​ຖະຫນາ​ວ່າ ອິດສຮາ​ແອນ ມີ​ຄວາມ​ຮັບ​ຮູ້​ໄດ້​ຜົນ​ຮ້າຍ​ຢ່ອນ​ຫລັງທັງ​ໝົດ ​ນັ້ນ. ກ່ອນ​ຫນ້າ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ  Sergei Ryabkov ກໍ​ຖະ​ແຫລ​ງວ່າ ລັດ​ເຊຍ ຈະ​ບໍ່​ເຂົ້າ​ຮ່ວມ​ບັນດາ​ຄຳ​ສັ່ງ​ລົງ​ໂທດດ້ານ​ເສດຖະກິດຕ້ານ ອີຣານ.

 

ຕອບກັບ

ຂ່າວ/ບົດ​ອື່ນ